ຈີນຈະຂະຫຍາຍການເປີດປະຕູສູ່ພາຍນອກໃນລະດັບສູງຕື່ມອີກ

2024-03-26 11:40:43 CRI

 

   ກອງປະຊຸມເວທີເປິກສາຫາລືການພັດທະນາຈີນ 2024 ໄດ້ໄຂຂຶ້ນໃນວັນທີ 24 ມີນານີ້, ໃນກອງປະຊຸມສຳມະນາພິເສດທີ່ມີຫົວຂໍ້ “ໂອກາດມາຈາກຈີນພັດທະນາຢ່າງຕໍ່ເນື່ອງ ແລະ ການຮ່ວມມືສາກົນ” ທີ່ຈັດຂຶ້ນໃນວັນທີ 25 ມີນານີ້, ທ່ານນາງກົ່ວທີງທີງ ຮອງລັດຖະມົນຕີກະຊວງການຄ້າຈີນກ່າວວ່າ: ຈີນຈະຂະຫຍາຍການເປີດປະຕູສູ່ພາຍນອກໃນລະດັບສູງຕື່ມອີກ.

 

    ທ່ານນາງກົ່ວທີງທີງກ່າວຕື່ມວ່າ: ຈີນມີປະຊາກອນ 1 ຕື້ 400 ລ້ານກວ່າຄົນ, ເປັນຕະຫຼາດການບໍລິໂພກສິນຄ້າໃຫຍ່ອັນດັບສອງໃນໂລກ,ລາຍໄດ້ສະເລ່ຍຕໍ່ຄົນຕໍ່ປີທີ່ຈັບຈ່າຍໄດ້ຂອງປະຊາຊົນມີເກືອບ 4 ໝື່ນຢວນ ໂດຍໄດ້ກໍ່ຕົວເປັນຝູງຊົນທີ່ມີລາຍຮັບລະດັບກາງຂະໜາດໃຫຍ່ທີ່ສຸດ ແລະ ມີລັກສະນະການເຕີບໂຕດີທີ່ສຸດໃນໂລກ. ການທີ່ຈີນເປີດຕະຫຼາດຕໍ່ປະເທດຕ່າງໆໃນໂລກຢ່າງເປັນເຈົ້າການ ແລະ ເພີ່ມໂອກາດການຮ່ວມມືຢ່າງບໍ່ຢຸດຢັ້ງນັ້ນຈະເຮັດໃຫ້ ຄວາມສາມາດບົ່ມຊ້ອນຂອງຕະຫຼາດຂະໜາດໃຫຍ່ອັນໄພສານຂອງຈີນໄດ້ຮັບການປ່ອຍອອກຢ່າງຕໍ່ເນື່ອງ.