ຈີນໄດ້ອອກຖະແຫຼງການກ່ຽວກັບປະຊາຊົນຈີນມີຜູ້ເສຍຊີວິດ 5 ຄົນຢູ່ເຫດການຫຼອນໂຈມຕີຢູ່ປາກິດສະຖານ

2024-03-27 14:53:01 cri

 

    ວັນທີ 26 ມີນານີ້, ສະຖານທູດຈີນປະຈຳປາກິດສະຖານໄດ້ອອກຖະແຫຼງການກ່ຽວກັບໂຄງການເຂື່ອນໄຟຟ້ານ້ຳຕົກດາຊູຂອງປາກິດສະຖານຖືກຫຼອນໂຈມຕີແບບກໍ່ການຮ້າຍ.

    ເນື້ອໃນຖະແຫຼງການລະບຸວ່າ: ວັນທີ 26 ມີນານີ້, ລົດຍົນຂອງ ໂຄງການເຂື່ອນໄຟຟ້ານ້ຳຕົກດາຊູຢູ່ແຂວງໄຄເບີປະເທດປາກິດສະຖານທີ່ວິສາຫະກິດຈີນຮັບເໝົາກໍ່ສ້າງນັ້ນຖືກຫຼອນໂຈມຕີແບບກໍ່ການຮ້າຍຢູ່ກາງທາງ, ເຮັດໃຫ້ມີປະຊາຊົນຈີນເສຍຊີວິດ 5 ຄົນ ແລະ ປະຊາຊົນປາກິດສະຖານເສຍຊີວິດ 1 ຄົນ. ສະຖານທູດຈີນປະຈຳປາກິດສະຖານກ່າວປະນາມຢ່າງຮຸນແຮງຕໍ່ການກະທຳແບບກໍ່ການຮ້າຍດັ່ງກ່າວ, ສະແດງຄວາມໄວ້ອາໄວຢ່າງສຸດຊຶ້ງຕໍ່ຜູ້ເສຍຊີວິດສອງປະເທດ ແລະ ສະແດງຄວາມເຫັນໃຈຢ່າງຈິງໃຈຕໍ່ຄອບຄົວຂອງຜູ້ເສຍຊີວິ.

    ຈີນຮຽກຮ້ອງມາຍັງປາກິດສະຖານໃຫ້ສືບສວນເຫດການຫຼອນໂຈມຕີດັ່ງກ່າວຢ່າງເຖິງຖອງ ແລະ ລົງໂທດຜູ້ກໍ່ເຫດການຢ່າງເຄັ່ງຄັດ, ພ້ອມກັນນັ້ນ, ຕ້ອງນຳໃຊ້ມາດຕະການທີ່ແທ້ຈິງ ແລະ ບັງເກີດຜົນເພື່ອປົກປັກຮັກສາຄວາມປອດໄພຂອງປະຊາຊົນ, ອົງການ ແລະໂຄງການຂອງຈີນຢູ່ປາກິດສະຖານ, ຮັບປະກັນບໍ່ໃຫ້ເຫດການແບບນີ້ເກີດຂຶ້ນອີກ.