ທ່ານຈ້າວເລີ້ຈີ້ເຂົ້າຮ່ວມພິທີໄຂກອງປະຊຸມເວທີເປິກສາຫາລືອາຊີໂປອາວປະຈຳປີ 2024

2024-03-29 17:09:42 cri


    ຕອນເຊົ້າວັນທີ 28 ມີນານີ້, ທ່ານຈ້າວເລີ້ຈີ້ ປະທານຄະນະປະຈຳສະພາຜູ້ແທນປະຊາຊົນແຫ່ງຊາດຈີນໄດ້ເຂົ້າຮ່ວມພີທີໄຂກອງປະຊຸມເວທີເປິກສາຫາລືໂປອາວອາຊີປະຈຳປີ 2024 ຢູ່ຕາແສງໂປອາວຂອງແຂວງໄຫຫຼຳຂອງຈີນ ແລະ ກ່າວຄຳປາໄສໂດຍມີຫົວຂໍ້“ສາມັກຄີປະສານງານກັນ, ຮ່ວມກັນຮັບມືກັບສິ່ງທ້າທາຍ, ເກາະແຂນກັນສ້າງອະນາຄົດທີ່ສວຍງາມຂອງທະວີບອາຊີ ແລະ ໂລກ”.

    ທ່ານຈ້າວເລີ້ຈີ້ກ່າວວ່າ: ຈີນພວມຊຸກຍູ້ຄວາມທັນສະໄໝແບບຈີນຢ່າງຮອບດ້ານດ້ວຍການພັດທະນາທີ່ມີຄຸນນະພາບສູງ, ຈະເພີ່ມພະລັງແຮງຂັບເຄື່ອນອັນໃຫຍ່ຫຼວງເຂົ້າໃນການຟື້ນຟູເສດຖະກິດໂລກ, ສ້າງໂອກາດຫຼາຍກວ່າເກົ່າໃຫ້ແກ່ການພັດທະນາຂອງປະເທດໃນທະວີບອາຊີ ໂດຍສະເພາະແມ່ນປະເທດອ້ອມຂ້າງ. ຈີນຈະຍຶດໝັ້ນການພັດທະນາແບບມີຫົວຄິດປະດິດສ້າງ, ການພັດທະນາແບບເປີດປະຕູ, ການພັດທະນາແບບສີຂຽວ ແລະ ການພັດທະນາທີ່ຊົມໃຊ້ຮ່ວມກັນ, ຍິນດີຕ້ອນຮັບບັນດາປະເທດໃນໂລກຮ່ວມກັນຊົມໃຊ້ໂອກາດຈາກການພັດທະນາຂອງຈີນຢ່າງຈິງໃຈ.