ກົມການເມືອງສູນກາງພັກຄອມມູນິດຈີນຈັດກອງປະຊຸມເພື່ອພິຈາລະນາ “ບົດລາຍງານສັງລວມກ່ຽວກັບສະພາບການສຳຫຼວດກວດກາຮອບທີ 2 ຂອງຄະນະກຳມະການສູນກາງພັກຄອມມູນິດຈີນຊຸດທີ 20”

2024-03-30 15:22:45 cri

ວັນທີ 29 ມີນານີ້, ກົມການເມືອງຄະນະກຳມະການສູນກາງພັກຄອມມູນິດຈີນໄດ້ຈັດກອງປະຊຸມ ເພື່ອພິຈາລະນາ “ບົດລາຍງານສັງລວມກ່ຽວກັບສະພາບການສຳຫຼວດກວດກາຮອບທີ 2 ຂອງຄະນະກຳມະການສູນກາງພັກຄອມມູນິດຈີນຊຸດທີ 20”. ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນໄດ້ເປັນປະທານກອງປະຊຸມດັ່ງກ່າວ.

 

ກອງປະຊຸມໄດ້ຊີ້ໃຫ້ເຫັນວ່າ: ຕ້ອງຖືເອົາການສຳຫຼວດກວດກາ ແລະການປັບປຸງວຽກງານເປັນວິທີຊຸກຍູ້ການພັດທະນາດ້ວຍຄຸນນະພາບສູງ ແລະການຄຸ້ມຄອງບໍລິຫານພັກຢ່າງເຂັ້ມງວດຮອບດ້ານ, ເພີ່ມທະວີການຕິດຕາມກວດກາການແກ້ໄຂ, ສ້າງກົນໄກຄວາມຮັບຜິດຊອບດ້ານການແກ້ໄຂ, ຕໍ່ກໍລະນີທີ່ແກ້ໄຂບັນຫາແບບບໍ່ເອົາຈິງເອົາຈັງ ແລະເຮັດຈອມປອມ, ຕ້ອງລົງໂທດຢ່າງເຂັ້ມງວດ.