ທ່ານຫວາງຢີ້ຕ້ອນຮັບທ່ານຢາຊູໂອະ ຟູຄູດາ ອະດີດນາຍົກລັດຖະມົນຕີຍີ່ປຸ່ນ

2024-03-30 11:46:41 CRI


     ວັນທີ 29 ມີນານີ້, ຢູ່ນະຄອນຫຼວງປັກກິ່ງ, ທ່ານຫວາງຢີ້ ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ ລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ຕ້ອນຮັບທ່ານຢາຊູໂອະ ຟູຄູດາ ອະດີດນາຍົກລັດຖະມົນຕີຍີ່ປຸ່ນ ອະດີດປະທານສະພາມົນຕີຂອງເວທີເປິກສາຫາລືອາຊີປໍອາວ.

     ທ່ານຫວາງຢີ້ກ່າວວ່າ: ຫວັງວ່າຝ່າຍຍີ່ປຸ່ນຈະຫັນໜ້າໃສ່ກັນແລະຍ່າງໄປຫາກັນກັບຝ່າຍຈີນ, ກຳແໜ້ນການພົວພັນລະຫວ່າງຈີນ-ຍີ່ປຸ່ນຈາກລະດັບຍຸດທະສາດແລະດ້ວຍສາຍຕາຍາວໄກ, ແກ້ໄຂບັນຫາທີ່ກີດຂວາງການຂະຫຍາຍສາຍພົວພັນລະຫວ່າງສອງຝ່າຍຢ່າງເປັນປົກກະຕິ ເຊັ່ນ: ການປ່ອຍນ້ຳປົນເປື້ອນລັງສີນິວເຄຣຍຂອງໂຮງໄຟຟ້ານິວເຄຣຍຟູຄູຊີມະລົງສູ່ທະເລ ແລະບັນຫາອື່ນຢ່າງຈິງຈັງແລະເໝາະສົມ, ຍຶດໝັ້ນທິດທາງການພັດທະນາໂດຍສັນຕິທີ່ໄດ້ກຳນົດໄວ້, ຮ່ວມກັນຊຸກຍູ້ໃຫ້ການພົວພັນລະຫວ່າງຈີນ-ຍີ່ປຸ່ນມີການຂະຫຍາຍຕົວຢ່າງໝັ້ນທ່ຽງແລະປອດໃສ.

     ທ່ານຢາຊູໂອະ ຟູຄູດາກ່າວວ່າ: ຝ່າຍຍີ່ປຸ່ນຍິນດີເພີ່ມທະວີຄວາມເຂົ້າໃຈກັນກັບຝ່າຍຈີນ, ເພີ່ມທະວີການສົນທະນາແລະການແລປ່ຽນກັນ, ຄວບຄຸມຄວາມຂັດແຍ້ງກັນຢ່າງເໝາະສົມ.