ພວກກໍ່ການຮ້າຍຍ່ອມຈະເສຍຄ່າຕອບແທນເທົ່າທີ່ຄວນຢ່າງແນ່ນອນ

2024-04-03 11:14:10 cri

ວັນທີ 2 ເມສານີ້, ທ່ານວາງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໃຫ້ຄວາມເຫັນຕໍ່ເຫດການຫຼອນໂຈມຕີແບບກໍ່ການຮ້າຍຕໍ່ໂຄງການດາຊູຢູ່ປາກິດສະຖານວ່າ, ຈີນໄດ້ຮັກສາການແລກປ່ຽນຢ່າງໃກ້ຊິດກັບປາກິດສະຖານ, ພວກກໍ່ການຮ້າຍຍ່ອມຈະເສຍຄ່າຕອບແທນເທົ່າທີ່ຄວນຢ່າງແນ່ນອນ.


ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນມື້ດຽວກັນ, ມີນັກຂ່າວຖາມວ່າ: ວັນທີ 1 ເມສານີ້, ທ່ານມູຮຳມັດ ຊາບາສ ຊາຣິຟ ນາຍົກລັດຖະມົນຕີປາກິດສະຖານໄດ້ໄປຢ້ຽມາຢາມໂຄງການເຂື່ອນໄຟຟ້ານຳຕົກດາຊູ ແລະ ໄປຢື້ຢາມຖາມຂ່າວພະນັກງານຝ່າຍຈີນຂອງໂຄງການ ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ: ຈະປົກປ້ອງຄວາມປອດໄພຂອງພົນລະເມືອງຈີນທີ່ຢູ່ປາກິດສະຖານ ແລະ ຄວາມປອດໄພຂອງໂຄງການດ້ວຍຄວາມພະຍາຍາມຢ່າງສຸດຂີດ ພ້ອມທັງລົງໂທດຜູ້ກໍ່ເຫດການກໍ່ການຮ້າຍໃນວັນທີ 26 ມີນາຜ່ານມາຢ່າງເຄັ່ງຄັດ. ຝ່າຍຈີນມີຄວາມເຫັນແນວໃດຕໍ່ເລື່ອງນີ້?


ທ່ານວາງເວີນປິ່ນກ່າວວ່າ: ຈີນຍຶດໝັ້ນສະໜັບສະໜູນຄວາມພະຍາຍາມຕ້ານການກໍ່ການຮ້າຍຂອງຝ່າຍປາກິດສະຖານ, ເດັດດ່ຽວປົກປ້ອງຄວາມປອດໄພຂອງພົນລະເມືອງ, ໂຄງການ ແລະ ອົງການຈັດຕັ້ງຂອງຈີນຢູ່ຕ່າງປະເທດ. ພາຍຫຼັງເກີດເຫດການດັ່ງກ່າວແລ້ວ, ຈີນໄດ້ຮັກສາການແລກປ່ຽນຢ່າງໃກ້ຊິດກັບຝ່າຍປາກິດສະຖານມາໂດຍຕະຫຼອດ.