ທ່ານສີຈິ້ນຜິງສົນທະນາກັບປະທານາທິບໍດີອາເມຣິກາຜ່ານທາງໂທລະສັບ

2024-04-03 10:29:24 CRI


ຕອນຄ່ຳວັນທີ 2 ເມສານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສົນທະນາກັບທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາຕາມການນັດໝາຍ. ປະມຸກລັດສອງປະເທດໄດ້ລົງເລິກການແລກປ່ຽນຄວາມຄິດຄວາມເຫັນຢ່າງກົງໄປກົງມາກ່ຽວກັບສາຍພົວພັນສອງປະເທດຈີນ-ອາເມຣິກາ ແລະ ບັນຫາທີ່ສອງຝ່າຍສົນໃຈຮ່ວມກັນ.

 

ທ່ານສີຈິ້ນຜິງກ່າວເນັ້ນວ່າ, ບັນຫາຄວາມຮັບຮູ້ດ້ານຍຸດທະສາດເປັນບັນຫາສຳຄັນອັນດັບໜຶ່ງທີ່ຕ້ອງແກ້ໄຂໃຫ້ດີໃນສາຍພົວພັນຈີນ-ອາເມຣິກາຢ່າງສະເໝີຕົ້ນສະເໝີປາຍ. ຈີນ ແລະ ອາເມຣິກາທີ່ເປັນປະເທດໃຫຍ່, ບໍ່ສາມາດຢຸດການໄປມາຫາສູ່ກັນ, ບໍ່ສາມາດຕັດຂາດສາຍສຳພັນກັນ, ຍິ່ງບໍ່ສາມາດປະທະກັນ ຫຼື ເປັນປໍລະປັກກັນ, ແຕ່ຄວນເຄົາລົບເຊິ່ງກັນແລະກັນ, ຢູ່ຮ່ວມກັນໂດຍສັນຕິ, ຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ສືບຕໍ່ກ້າວໄປໜ້າຕາມເສັ້ນທາງທີ່ໝັ້ນທ່ຽງ ປອດໃສ ແລະ ຍືນຍົງ, ແຕ່ບໍ່ຄວນເດີນທາງຖອຍຫຼັງ.

 

ທ່ານສີຈິ້ນຜິງຊີ້ອອກວ່າ, ສາຍພົວພັນຈີນ-ອາເມຣິກາໃນປີນີ້ຄວນຍຶດໝັ້ນຫຼັກການລວມ, ຄື: ໜຶ່ງ, ຖືສັນຕິພາບເປັນສິ່ງລ້ຳຄ່າ, ຍຶດໝັ້ນເສັ້ນເພດານຕ່ຳສຸດທີ່ບໍ່ປະທະກັນ ແລະ ບໍ່ເປັນປໍລະປັກກັນ, ຍົກສູງຄວາມຄາດຫວັງດ້ານບວກທີ່ມີຕໍ່ສາຍພົວພັນຈີນ-ອາເມຣິກາຢ່າງບໍ່ຢຸດຢັ້ງ. ສອງ, ຖືຄວາມໝັ້ນທ່ຽງເປັນສິ່ງສຳຄັນ, ບໍ່ຫາເລື່ອງ, ບໍ່ທ້າທາຍເກາະຜິດ ແລະ ບໍ່ກະທຳການລ້ຳເສັ້ນ, ຮັກສາຄວາມໝັ້ນທ່ຽງໂດຍລວມຂອງສາຍພົວພັນຈີນ-ອາເມຣິກາ. ສາມ, ຖືຄວາມຊື່ສັດເປັນພື້ນຖານ, ໃຊ້ການກະທຳຕົວຈິງເພື່ອເຮັດໃຫ້ຄຳໝັ້ນສັນຍາຂອງຕົນກາຍເປັນຄວາມຈິງ, ເຮັດໃຫ້ “ວິໄສທັດຊານຟຣັນຊິສໂກ” ບັນລຸຜົນເປັນຈິງ. ສອງຝ່າຍຄວນເພີ່ມທະວີການສົນທະນາກັນດ້ວຍຮູບການທີ່ເຄົາລົບເຊິ່ງກັນ ແລະ ກັນ, ຄຸ້ມຄອງ ແລະ ຄວບຄຸມຄວາມເຫັນທີ່ຂັດແຍ້ງກັນດ້ວຍທ່າທີທີ່ສຸຂຸມຮອບຄອບ, ຊຸກຍູ້ການຮ່ວມມືດ້ວຍນ້ຳໃຈທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ເພີ່ມທະວີການປະສານງານໃນວຽກງານສາກົນດ້ວຍນ້ຳໃຈທີ່ຮັບຜິດຊອບ.

 

ທ່ານໂຈ ໄບເດັນກ່າວວ່າ, ສາຍພົວພັນອາເມຣິກາ-ຈີນເປັນສາຍພົວພັນສອງຝ່າຍທີ່ມີຜົນສະທ້ອນຢ່າງເລິກເຊິ່ງ ແລະ ຍາວໄກທີ່ສຸດໃນໂລກ. ອາເມຣິກາປະຕິບັດຕາມນະໂຍບາຍປະເທດຈີນດຽວ. ການພັດທະນາຂອງຈີນມີຜົນດີຕໍ່ກັບໂລກ, ອາເມຣິກາບໍ່ສະແຫວງຫາການສະກັດກັ້ນການພັດທະນາຂອງຈີນ, ບໍ່ສະແຫວງຫາ “ການຕັດສາຍສຳພັນທາງເສດຖະກິດ” ກັບຈີນ. ຈະຈັດໃຫ້ທ່ານນາງຈາເນັດ ເຢເລນ ລັດຖະມົນຕີກະຊວງການເງິນ ແລະ ທ່ານອັນໂຕນີ ບລິນເຄນ ລັດຖະມົນຕີກະຊວງການຕ່າງປະເທດອາເມຣິກາຢ້ຽມຢາມຈີນໃນໄວໆນີ້, ເພີ່ມທະວີການສົນທະນາ ແລະ ແລກປ່ຽນກັບຈີນ, ຫຼີກເວັ້ນການວິນິດໄສຢ່າງຜິດພາດ, ຊຸກຍູ້ການຮ່ວມມື, ຊຸກຍູ້ໃຫ້ສາຍພົວພັນສອງປະເທດພັດທະນາຢ່າງໝັ້ນທ່ຽງ, ຮ່ວມກັນຮັບມືກັບສິ່ງທ້າທາຍລັກສະນະທົ່ວໂລກ.