ການຄ້າດ້ານການບໍລິການຂອງຈີນໃນສອງເດືອນຕົ້ນປີ 2024 ໄດ້ຮັບການເຕີບໂຕຢ່າງວ່ອງໄວ

2024-04-04 14:10:04 CRI

 

ວັນທີ 3 ເມສານີ້, ກະຊວງການຄ້າຈີນໄດ້ເປີດເຜີຍຂໍ້ມູນໂດຍສະແດງໃຫ້ເຫັນວ່າ: ໃນສອງເດືອນຕົ້ນປີ 2024 ນີ້, ການຄ້າດ້ານການບໍລິການຂອງຈີນໄດ້ຮັບການເຕີບໂຕຢ່າງວ່ອງໄວ, ຍອດມູນຄ່າການຄ້າຂາເຂົ້າຂາອອກດ້ານການບໍລິການມີເຖິງ 1191,07 ຕື້ຢວນ, ເພີ່ມຂຶ້ນ 22,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້. ການບໍລິການດ້ານການທ່ອງທ່ຽວໄດ້ສືບຕໍ່ຮັກສາການເຕີບໂຕຢ່າງວ່ອງໄວ, ກາຍເປັນຂົງເຂດໃຫຍ່ອັນດັບໜຶ່ງດ້ານການຄ້າການບໍລິການ.

 

ຂໍ້ມູນຍັງສະແດງໃຫ້ເຫັນວ່າ: ນັບແຕ່ເດືອນມັງກອນຫາເດືອນກຸມພາປີ 2024 , ມູນຄ່າການຄ້າດ້ານຂາອອກການບໍລິການຂອງຈີນມີເຖິງ 486,17ຕື້ຢວນ, ເພີ່ມຂຶ້ນ 17,9%, ມູນຄ່າການຄ້າຂາເຂົ້າມີເຖິງ 704,9 ຕື້ຢວນ, ເພີ່ມຂຶ້ນ 26,5%; ມູນຄ່າການຂາດດຸນດ້ານການຄ້າການບໍລິການມີ218,73 ຕື້ຢວນ.