ທ່ານສີຈິ້ນຜິງກ່າວເນັ້ນວ່າ: ປະຊາຊົນທຸກຄົນຄວນປູກຕົ້ນໄມ້ ແລະເພີ່ມສີຂຽວສົດ, ສ້າງປະເທດຈີນທີ່ສວຍງາມຮ່ວມກັນ

2024-04-04 13:34:41 cri

ໃນຕອນເຊົ້າວັນທີ 3 ເມສານີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ, ປະທານປະເທດຈີນ, ປະທານຄະນະກຳມະການການທະຫານສູນກາງຈີນໄດ້ເຂົ້າຮ່ວມກິດຈະກຳປູກຕົ້ນໄມ້ແບບສະໝັກໃຈຢູ່ນະຄອນຫຼວງປັກກິ່ງ ແລະກ່າວເນັ້ນວ່າ: ໃນໄລຍະບຸນໄຫວ້ບັນພະບຸລຸດ, ແຫ່ງຕ່າງໆທົ່ວປະເທດຈີນເຕັມໄປດ້ວຍຄວາມມີຊີວິດຊີວາ, ຖືກກັບເວລາປູກຕົ້ນໄມ້. ມື້ນີ້ພວກເຮົາປູກຕົ້ນໄມ້ຮ່ວມກັນແມ່ນເພື່ອຮຽກຮ້ອງໃຫ້ທຸກຄົນມີສ່ວນຮ່ວມຢ່າງຕັ້ງໜ້າໃນການປູກໄມ້ສ້າງປ່າ, ທຸກຄົນພະຍາຍາມເປັນຜູ້ສ້າງສີຂຽວ ແລະເປັນຜູ້ປົກປັກຮັກສາລະບົບນິເວດ, ປະກອບສ່ວນເຂົ້າໃນການສ້າງປະເທດຈີນທີ່ສວຍງາມ, ຮ່ວມກັນຂຽນບົດໃໝ່ແຫ່ງຄວາມທັນສະໄໝແບບຈີນທີ່ມີຄວາມກົມກຽວກັນລະຫວ່າງມະນຸດກັບທຳມະຊາດ.