ທ່ານຫວາງຢີ້ເຈລະຈາກັບທ່ານສະເຫຼີມໄຊ ກົມມະສິດ

2024-04-04 11:28:05 CRI


     ວັນທີ 3 ເມສານີ້, ທ່ານຫວາງຢີ້, ກຳມະການກົມການເມືອງສູນກາງພັກກອມມູນິດຈີນ ລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ພົບປະເຈລະຈາກັບທ່ານສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປ ລາວຢູ່ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຈີນ.



     ທ່ານຫວາງຢີ້ກ່າວວ່າ: ຝ່າຍຈີນຍິນດີຮ່ວມກັບຝ່າຍລາວຈັດຕັ້ງປະຕິບັດຄວາມຮັບຮູ້ທີ່ເປັນເອກະພາບກັນດ້ານຍຸດທະສາດລະຫວ່າງຜູ້ນຳສູງສຸດສອງພັກສອງລັດ, ຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຈີນ-ລາວໃຫ້ໄດ້ຮັບຜົນສຳເລັດທີ່ແທ້ຈິງຫຼາຍກວ່າເກົ່າ, ຈີນອອກແຮງສຸດຂີດເພື່ອສະໜັບສະໜູນ ສປ ລາວດຳເນີນວຽກງານປະເທດປະທານໝູນວຽນຂອງອາຊຽນໃຫ້ດີ, ເຮັດໃຫ້ປະຊາຄົມຮ່ວມຊາຕາກຳຈີນ-ອາຊຽນມີເນື້ອໃນເພີ່ມຂຶ້ນ, ຮ່ວມກັນປົກປັກຮັກສາສັນຕິພາບ ແລະການພັດທະນາຂອງພາກພື້ນ.



     ທ່ານສະເຫຼີມໄຊ ກົມມະສິດກ່າວວ່າ: ເຊື່ອໝັ້ນວ່າຈີນຈະຈະເລີນເຂັ້ມແຂງກວ່າເກົ່າໂດຍຜ່ານການພັດທະນາກຳລັງການຜະລິດໃນຄຸນນະພາບໃໝ່ ແລະການຊຸກຍູ້ຄວາມທັນສະໄໝແບບຈີນ. ລາວຍິນດີຮ່ວມກັບຈີນຈັດຕັ້ງປະຕິບັດແຜນການດຳເນີນງານກ່ຽວກັບການສ້າງປະຊາຄົມຮ່ວມຊາຕາກຳລາວ-ຈີນສະບັບໃໝ່ໃຫ້ດີ, ຊຸກຍູ້ໃຫ້ເສັ້ນທາງລົດໄຟລາວ-ຈີນເສີມຂະຫຍາຍບົດບາດຫຼາຍກວ່າເກົ່າທາງດ້ານເສດຖະກິດ.