ໜ່ວຍນຳພາວຽກງານສ້າງສາພັກຂອງສູນກາງພັກກອມມູນິດຈີນຈັດກອງປະຊຸມເພື່ອຄົ້ນຄວ້າຈັດວາງວຽກສຶກສາຮ່ຳຮຽນວິໄນພັກ

2024-04-04 16:13:32 cri

ວັນທີ 3 ເມສານີ້, ໜ່ວຍນຳພາວຽກງານສ້າງສາພັກຂອງສູນກາງພັກກອມມູນິດຈີນໃຫ້ຈັດກອງປະຊຸມ, ເພື່ອຮ່ຳຮຽນແລະຈັດຕັ້ງປະຕິບັດຈິດນ້ຳໃຈຂອງຄຳປາໄສສຳຄັນແລະການຊີ້ນຳທີ່ສຳຄັນຂອງທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ກ່ຽວກັບການສຶກສາຮ່ຳຮຽນວິໄນພັກ, ຮັບຟັງການລາຍງານສະພາບວຽກງານກະກຽມການສຶກສາຮ່ຳຮຽນວິໄນພັກ, ພ້ອມທັງຄົ້ນຄວ້າຈັດວາງວຽກງານສຶກສາຮ່ຳຮຽນວິໄນພັກ.


ກອງປະຊຸມຊີ້ອອກວ່າ, ໂດຍໄດ້ຮັບຄວາມເຫັນດີຈາກສູນກາງພັກກອມມູນິດຈີນ, ແຕ່ເດືອນເມສາຫາເດືອນກໍລະກົດປີ 2024, ຈະດຳເນີນການສຶກສາຮ່ຳຮຽນວິໄນພັກສຳລັບທົ່ວພັກ. ການສຶກສາຮ່ຳຮຽນວິໄນພັກຄັ້ງນີ້, ແມ່ນມາດຕະການສຳຄັນແຫ່ງການເພີ່ມທະວີການສ້າງສາວິໄນຂອງພັກ ແລະການຊຸກຍູ້ການປົກຄອງພັກຢ່າງເຂັ້ມງວດຮອບດ້ານ ໃຫ້ຂະຫຍາຍໄປລົງເຂົ້າສູ່ລວງເລິກ.