ແຜ່ນດິນໄຫວທີ່ເກີດຂຶ້ນຢູ່ເມືອງຮວ່າຫຼຽນໄຕ້ຫວັນເຮັດໃຫ້ມີຜູ້ເສຍຊີວິດ 9 ຄົນ ມີການສັ່ນສະເທືອນຕາມຫຼັງ 300 ກວ່າຄັ້ງ

2024-04-04 14:08:11 CRI

 

ຕາມການລາຍງານຂ່າວຈາກສື່ມວນຊົນໄຕ້ຫວັນ: ໂດຍອີງຕາມການສະຖິຕິຈາກສູນການຮັບມືກັບໄພພິບັດໄຕ້ຫວັນ, ນັບມາຮອດເວລາ 22 ໂມງຂອງວັນທີ 3 ເມສານີ້, ແຜ່ນດິນໄຫວທີ່ເກີດຂຶ້ນຢູ່ເມືອງຮວ່າຫຼຽນໄຕ້ຫວັນລະດັບ 7,3 ລິກເຕີໄດ້ເຮັດໃຫ້ມີຜູ້ເສຍຊີວິດ 9 ຄົນ, ມີ 1.011 ຄົນໄດ້ຮັບບາດເຈັບ, ແລະມີຮ້ອຍກວ່າຄົນຍັງຢູ່ໃນສະພາບອັນຕະລາຍ.

 

ໃນເວລາ 7 ໂມງ 58 ນາທີຂອງວັນທີ 3 ເມສານີ້, ຢູ່ເຂດທະເລເມືອງຮວ່າຫຼຽນໄຕ້ຫວັນໄດ້ເກີດໄພແຜ່ນດິນໄຫວລະດັບ 7,3 ລິກເຕີ, ຈຸດໃຈກາງແຜ່ນດິນໄຫວເລິກລົງໄປໃຕ້ດິນ 12 ກິໂມແມັດ. ຢູ່ຫຼາຍແຫ່ງຂອງເຂດໄຕ້ຫວັນ, ການຜະລິດແລະຊີວິດການເປັນຢູ່ລ້ວນແຕ່ໄດ້ຮັບຜົນກະທົບທີ່ມີລະດັບຕ່າງກັນ. ອີງຕາມການສະຖິຕິຈາກພາກສ່ວນອຸຕຸນິຍົມໄຕ້ຫວັນ, ຫຼັງຈາກການສັ່ນສະເທືອນຮ້າຍແຮງທີ່ສຸດເກີດຂຶ້ນແລ້ວ, ນັບມາຮອດເວລາ 6 ໂມງ 40 ນາທີຂອງວັນທີ 4 ເມສານີ້, ການສັ່ນສະເທືອນຮ້າຍແຮງທີ່ສຸດບວກກັບການສັ່ນສະເທືອນຕາມຫຼັງນັບລວມແລ້ວໄດ້ມີເຖິງ306 ຄັ້ງ.