ທ່ານສີຈິ້ນຜິງສົ່ງສານຊົມເຊີຍໄປຍັງປະທານາທິບໍດີຄົນໃໝ່ຂອງປະເທດມານຕາ

2024-04-05 15:34:03 cri

ວັນທີ 4 ເມສານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສົ່ງສານໄປຍັງທ່ານນາງມີຣຽມ ສພິເທຣິ ເດໂບໂນ ເພື່ອຊົມເຊີຍທ່ານນາງດຳລົງຕຳແໜ່ງປະທານາທິບໍດີຄົນໃໝ່ຂອງປະເທດມານຕາ.

 

ເນື້ອໃນສານຂອງທ່ານສີຈິ້ນຜິງຂຽນວ່າ: ນັບແຕ່ສ້າງສາຍພົວພັນທາງການທູດເປັນເວລາ 52 ປີມານີ້, ຈີນ ແລະມານຕາໄດ້ເຄົາລົບເຊິ່ງກັນ ແລະກັນ, ປະຕິບັດຕໍ່ຢ່າງສະເໝີພາບກັນ, ສະໜັບສະໜູນເຊິ່ງກັນ ແລະກັນໃນບັນຫາທີ່ກ່ຽວພັນເຖິງຜົນປະໂຫຍດແກນກາງ ແລະຄວາມເອົາໃຈໃສ່ທີ່ສຳຄັນຂອງກັນ ແລະກັນ, ໄດ້ຮັບໝາກຜົນຢ່າງຫຼວງຫຼາຍໃນການຮ່ວມມືດ້ານເສດຖະກິດການຄ້າ ແລະການລົງທຶນ, ວັດທະນະທຳ ແລະການສຶກສາ, ການແພດ ແລະສາທາລະນະສຸກ. ຂ້າພະເຈົ້າໃຫ້ຄວາມສຳຄັນສູງຕໍ່ການພັດທະນາສາຍພົວພັນຈີນ-ມານຕາ, ຍິນດີພະຍາຍາມຮ່ວມກັນກັບປະທານາທິບໍດີມານຕາ, ຊຸກຍູ້ການພົວພັນຈີນ-ມານຕາໃຫ້ໄດ້ຮັບຄວາມຄືບໜ້າໃໝ່ຢ່າງບໍ່ຢຸດຢັ້ງ ແລະສ້າງຜົນປະໂຫຍດຫຼາຍກວ່າເກົ່າໃຫ້ແກ່ປະຊາຊົນສອງຊາດ.