ໃນສອງເດືອນຕົ້ນປີ 2024 ປະລິມານການຜະລິດສະມາດໂຟນຂອງຈີນເພີ່ມຂຶ້ນ 31,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້

2024-04-05 15:11:44 CRI

ຫວ່າງກ່ອນນີ້ບໍ່ດົນ, ກະຊວງອຸດສາຫະກຳແລະຫັນເປັນຂໍ້ມູນຂ່າວສານຈີນໄດ້ເຜີຍແຜ່ຕົວເລກສະແດງໃຫ້ເຫັນວ່າ: ນັບແຕ່ເດືອນມັງກອນຫາເດືອນກຸມພາປີ 2024 ນີ້, ມູນຄ່າເພີ່ມຂອງຂະແໜງການຜະລິດດ້ານຂໍ້ມູນຂ່າວສານເອເລັກໂຕຣນິກຂະໜາດໃຫຍ່ຂອງຈີນໄດ້ເພີ່ມຂຶ້ນ 14,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້, ຈັງຫວະການເຕີບໂຕຂອງມູນຄ່າເພີ່ມນີ້ສູງກວ່າຂະແໜງການອຸດສາຫະກຳໃນໄລຍະດຽວກັນ 7,6%, ສູງກວ່າຂະແໜງການຜະລິດເຕັກນິກສູງໃນໄລຍະດຽວກັນ 7,1%. ໃນຜະລິດຕະພັນຕົ້ນຕໍ, ມີປະລິມານການຜະລິດສະມາດໂຟນ 172 ລ້ານໜ່ວຍ, ເພີ່ມຂຶ້ນ 31,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້.

 

ນັກຂ່າວໄດ້ຮັບຊາບຂໍ້ມູນຈາກກະຊວງອຸດສາຫະກຳແລະຫັນເປັນຂໍ້ມູນຂ່າວສານຈີນວ່າ: ກະຊວງອຸດສາຫະກຳແລະຫັນເປັນຂໍ້ມູນຂ່າວສານຈີນຈະເລັ່ງລັດຄວາມຄືບໜ້າຂອງໂຄງການອຸປະກອນໂທລະຄົມ, ຮາດແວອັດສະລິຍະແລະຂົງເຂດສຳຄັນອື່ນໆ, ພະຍາຍາມເຮັດໃຫ້ອັດຕາກວມຂອງປະລິມານການຂາຍໂທລະສັບມືຖື 5G ໃນຕະຫຼາດໂທລະສັບມືຖືຈີນປີ 2024 ຫຼາຍກວ່າ85%, ຄວາມສາມາດການສະໜອງຜະລິດຕະພັນລະດັບສູງໄດ້ຮັບການຍົກສູງຂຶ້ນຕື່ມອີກ.