ມື້ທຳອິດໃນວັນພັກບຸນໄຫວ້ບັນພະບຸລຸດ ແຫ່ງຕ່າງໆຂອງຈີນໄດ້ຕ້ອນຮັບມວນຊົນທີ່ໄປໄຫວ້ບັນພະບຸລຸດຢູ່ສຸສານ 20 ລ້ານກວ່າເທື່ອຄົນ

2024-04-05 15:12:26 CRI

ວັນທີ 4 ເມສານີ້ແມ່ນບຸນຊີ່ງໝີງຫຼືບຸນໄຫວ້ບັນພະບຸລຸດເຊິ່ງເປັນບຸນປະເພນີຂອງຈີນ. ນັກຂ່າວໄດ້ຮັບຊາບຂໍ້ມູນຈາກຫ້ອງການວຽກງານການໄຫວ້ບັນພະບຸລຸດໃນບຸນຊີ່ງໝີງຂອງກະຊວງການປົກຄອງແລະປາຊາສົງເຄາະຈີນວ່າ: ຢູ່ທົ່ວປະເທດລວມມີອົງການບໍລິການງານສົບ 57.600 ແຫ່ງໄດ້ເປີດການບໍລິການໃຫ້ໄຫວ້ບັນພະບຸລຸດຢູ່ສຸສານ, ນັບລວມແລ້ວໄດ້ຕ້ອນຮັບມວນຊົນທີ່ໄປໄຫວ້ບັນພະບຸລຸດຢູ່ສຸສານ 24 ລ້ານ 7 ແສນ 3 ໝື່ນ 700 ເທື່ອຄົນ, ໃນນັ້ນມວນຊົນທີ່ໄດ້ເລືອກເອົາຮູບແບບທີ່ບໍ່ຈູດໄຟມີ 17 ລ້ານ 1 ແສນ 2 ໝື່ນ 9 ພັນ 700 ເທື່ອຄົນ, ໄດ້ກວມ 69,26% ຂອງຍອດຈຳນວນຄົນໄປໄຫວ້ບັນພະບຸລຸດຢູ່ສຸສານ. ກະຊວງການປົກຄອງແລະປະຊາສົງເຄາະຄາດຄະເນວ່າໃນມື້ອື່ນແລະມື້ຮືວັນພັກສອງມື້ສຸດທ້າຍ, ຈຳນວນຄົນທີ່ອອກເດີນທາງໄປໄຫວ້ບັນພະບຸລຸດຢູ່ແຫ່ງຕ່າງໆຂອງຈີນຍັງຈະຮັກສາຕົວເລກສູງ.