ຮອງນາຍົກລັດຖະມົນຕີຈີນເຈລະຈາກັບລັດຖະມົນຕີກະຊວງການເງິນອາເມຣິກາ

2024-04-06 15:05:54 cri

ໃນເວລາ 3 ໂມງຕອນບ່າຍຂອງວັນທີ 5 ເມສານີ້, ທ່ານເຮີລີ້ເຟິ່ງ ຮອງນາຍົກລັດຖະມົນຕີຈີນໄດ້ເຈລະຈາກັບທ່ານນາງຈາເນດ ເຢເລນ ລັດຖະມົນຕີກະຊວງການເງິນອາເມຣິກາ. ທ່ານເຮີລີ້ເຟິ່ງກ່າວວ່າ: ໜ້າທີ່ຕົ້ນຕໍຂອງການພົບປະເທື່ອນີ້ກໍແມ່ນການຈັດຕັ້ງປະຕິບັດຄວາມເຫັນທີ່ເປັນເອກະພາບກັນອັນສຳຄັນທີ່ບັນລຸໄດ້ໃນການພົບປະເຈລະຈາ ແລະການສົນທະນາຜ່ານທາງໂທລະສັບລະຫວ່າງປະມຸກລັດສອງປະເທດ, ເປິກສາຫາລືຢ່າງເລິກເຊິ່ງຕື່ມອີກກ່ຽວກັບບັນຫາສຳຄັນໃນຂົງເຂດເສດຖະກິດການເງິນລະຫວ່າງຈີນ-ອາເມຣິກາ ກໍຄືທົ່ວໂລກ, ພ້ອມທັງໃຫ້ຄຳຕອບຢ່າງເໝາະສົມຕໍ່ຄວາມເປັນຫ່ວງທີ່ສຳຄັນຈຳນວນໜຶ່ງໃນການພົວພັນດ້ານເສດຖະກິດຈີນ-ອາເມຣິກາ. ທ່ານນາງເຢເລນກ່າວວ່າ: ໃນຫຼາຍເດືອນທີ່ຜ່ານມາ, ໜ່ວຍງານເສດຖະກິດການເງິນຈີນ-ອາເມຣິກາທີ່ພວກເຮົາສ້າງຕັ້ງຂຶ້ນໄດ້ຈັດການເຈລະຈາຢ່າງບໍ່ຢຸດຢັ້ງ ແລະໄດ້ຮັບຄວາມຄືບໜ້າໃນບັນຫາສຳຄັນ ແລະຫຍຸ້ງຍາກຈຳນວນໜຶ່ງແລ້ວ.