ໃນປີ 2024, ການຂົນສົ່ງຜູ້ໂດຍສານຜ່ານທາງບົກທົ່ວປະເທດຈີນຈະນຳໃຊ້ປີ້ເອເລັກໂຕຣນິກທັງໝົດໂດຍພື້ນຖານ

2024-04-06 15:02:41 cri


ວັນທີ 5 ເມສານີ້, ກະຊວງຄົມມະນາຄົມແລະຂົນສົ່ງຈີນແຈ້ງໃຫ້ຮູ້ວ່າ: ຫວ່າງມໍ່ໆມານີ້, ກະຊວງຄົມມະນາຄົມແລະຂົນສົ່ງຈີນໄດ້ວາງແຜນການດຳເນີນງານກ່ຽວກັບການບັນລຸການນຳໃຊ້ປີ້ເອເລັກໂຕຣນິກທັງໝົດໃນການຂົນສົ່ງຜູ້ໂດຍສານຜ່ານທາງບົກທົ່ວປະເທດໂດຍພື້ນຖານໃນປີ 2024, ໂດຍລະບຸວ່າ: ກ່ອນທ້າຍເດືອນຕຸລາ ປີນີ້, ພາກສ່ວນຄົມມະນາຄົມແລະຂົນສົ່ງຂອງແຂວງຕ່າງໆ ຕ້ອງປະຕິບັດຕາມເປົ້າໝາຍການບັນລຸການນຳໃຊ້ປີ້ເອເລັກໂຕຣນິກທັງໝົດໃນການຂົນສົ່ງຜູ້ໂດຍສານຜ່ານທາງບົກໂດຍພື້ນຖານ, ເຮັດໃຫ້ຜູ້ໂດຍສານທີ່ຖືບັດທີ່ມີຊື່ແທ້ ເຊັ່ນ: ບັດປະຈຳຕົວ, ໜັງສືຜ່ານແດນ, ບັດອາໄສຢູ່ຈີນແບບຖາວອນ ສຳລັບຄົນຕ່າງປະເທດ ແລະອື່ນໆ, ສາມາດ ຊື້ປີ້ເອເລັກໂຕຣນິກຜ່ານທາງອອນລາຍໄດ້.