ໃນໄລຍະພັກບຸນຊິ່ງໝິງປີນີ້ ຜູ້ອອກເດີນທາງທ່ອງທ່ຽວພາຍໃນປະເທດຈີນມີເຖິງ 119 ລ້ານເທື່ອຄົນ

2024-04-07 17:06:24 CRI


ໃນໄລຍະພັກບຸນຊິ່ງໝິງປີນີ້ ຜູ້ອອກເດີນທາງທ່ອງທ່ຽວພາຍໃນປະເທດຈີນມີເຖິງ 119 ລ້ານເທື່ອຄົນ, ເພີ່ມຂຶ້ນ 11,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019; ຄ່າໃຊ້ຈ່າຍຂອງນັກທ່ອງທ່ຽວພາຍໃນປະເທດມີເຖິງ 53,95 ຕື້ຢວນ, ເພີ່ມຂຶ້ນ 12,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019.



ວັນທີ 6 ເມສານີ້, ກະຊວງວັດທະນະທຳ ແລະ ທ່ອງທ່ຽວຈີນໄດ້ເປີດເຜີຍຂໍ້ມູນໂດຍສະແດງໃຫ້ເຫັນວ່າ, ໃນບຸນຊິ່ງໝິງປີນີ້, ປະຊາຊົນມີຄວາມກະຕືລືລົ້ນ ໃນການທ່ອງທ່ຽວເພີ່ມຂຶ້ນຢ່າງຕໍ່ເນື່ອງ, ໃນນັ້ນ “ການທ່ອງທ່ຽວທາງດ້ານວັດທະນະທຳ-ຮີດຄອງປະເພນີ” ແລະ “ການສຳຜັດກັບທຳມະຊາດ” ໄດ້ຮັບຄວາມນິຍົມຫຼາຍກວ່າໝູ່.