ຈີນເລັ່ງລັດຍົກລະດັບເຄື່ອງຈັກການຜະລິດ ສ້າງໂອກາດອັນໃຫຍ່ຫຼວງໃນຕະຫຼາດ

2024-04-07 17:03:39 CRI


ປັດຈຸບັນນີ້, ແຫ່ງຕ່າງໆຂອງຈີນພວມຊຸກຍູ້ການປັບປຸງ ແລະ ຍົກລະດັບເຄື່ອງຈັກອຸປະກອນໃນຂະແໜງການສຳຄັນ ໂດຍປິ່ນອ້ອມການປະຢັດພະລັງງານ, ຫຼຸດການປ່ອຍກາກບອນ, ປ່ອຍກາກບອນໃນລະດັບຕ່ຳທີ່ສຸດ, ການຜະລິດຢ່າງປອດໄພ, ການຫັນເປັນແບບດີຈີຕອນ, ການຍົກລະດັບຕາມທິດອັດສະລິຍະ ແລະອື່ນໆ.


ກະຊວງອຸດສາຫະກຳ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານຈີນກ່າວວ່າ, ປີນີ້ຈະປິ່ນອ້ອມການຊຸກຍູ້ການຫັນເປັນອຸດສາຫະກຳແບບໃໝ່, ຖືເອົາການຍົກລະດັບເຄື່ອງຈັກອຸປະກອນຢ່າງຂະໜາດໃຫຍ່ເປັນຈຸດລົງມື, ລົງເລິກດຳເນີນໂຄງການບຸກທະລຸການຄົ້ນຄວ້າເຕັກໂນໂລຊີເຄື່ອງຈັກອຸປະກອນປະເພດສຳຄັນຢ່າງຂະໜາດໃຫຍ່, ເລັ່ງລັດປະຕິບັດໂຄງການປັບປຸງພື້ນຖານຂະແໜງການ ໂດຍປິ່ນອ້ອມຜະລິດຕະພັນ ແລະ ເຕັກໂນໂລຊີພື້ນຖານທີ່ມີລັກສະນະສຳຄັນຂໍກຸນແຈ, ນຳໃຊ້ທົ່ວໄປໃນຂົງເຂດສຳຄັນຂອງອຸດສາຫະກຳການຜະລິດ, ຄາດວ່າ ການຍົກລະດັບເຄື່ອງຈັກອຸປະກອນຂອງຈີນແມ່ນມີຫວັງຈະສ້າງຕະຫຼາດອັນໃຫຍ່ຫຼວງທີ່ມີມູນຄ່າ 5000 ຕື້ຢວນຕໍ່ປີ. ເມື່ອຮອດປີ 2027, ການລົງທຶນເຂົ້າໃນເຄື່ອງຈັກອຸປະກອນໃນຂົງເຂດອຸດສາຫະກຳ, ກະສິກຳ, ການກໍ່ສ້າງ, ຄົມມະນາຄົມ, ການສຶກສາ, ການທ່ອງທ່ຽວວັດທະນະທຳ, ການປິ່ນປົວ ແລະ ອື່ນໆຈະເພີ່ມຂຶ້ນຫຼາຍກວ່າ 25% ເມື່ອທຽບໃສ່ປີ 2023.