ກອງປະຊຸມອະນຸລັກທະເລທີ່ຈັດຂຶ້ນຢູ່ຈີເລຮຽກຮ້ອງໃຫ້ເພີ່ມທະວີການຮັບມືກັບມົນລະພິດຈາກປລາສຕິກ

2024-04-07 14:00:29 cri

ວັນທີ 5 ເມສານີ້, ກອງປະຊຸມສຸດຍອດມະຫາສະໝຸດປາຊີຟິກວ່າດ້ວຍການອະນຸລັກທະເລ ແລະ ບັນຫາມົນລະພິດຈາກປລາສຕິກຣາປານຸອີ 2024 ໄດ້ສຳເລັດລົງຢູ່ເກາະອິສເຕີ ໄອແລນຂອງປະເທດຈີເລ. ກອງປະຊຸມສຸດຍອດໃນຄັ້ງນີ້ໄດ້ຜ່ານຖະແຫຼງການປະທານກອງປະຊຸມໃນມື້ດັ່ງກ່າວ ໂດຍຮຽກຮ້ອງໃຫ້ຮັບມືກັບມົນລະພິດຈາກປລາສຕິກ ແລະ ສິ່ງທ້າທາຍຈາກການເສື່ອມຂອງລະບົບນິເວດທີ່ຢູ່ລຽບຕາມແຄມຝັ່ງທະເລ ດ້ວຍແຜນການແບບຍືນຍົງ.

ກອງປະຊຸມສຸດຍອດໃນຄັ້ງນີ້ໄດ້ຈັດຂຶ້ນຢູ່ເກາະອິສເຕີ ປະເທດຈີເລໃນລະຫວ່າງວັນທີ 3 ຫາ 5 ເມສານີ້ ໂດຍມີຜູ້ແທນຫຼາຍກວ່າ 100 ທ່ານຈາກຈີນ, ອົດສະຕຣາລີ, ນູແວັນເຊລັງ, ຟີຈີ ແລະ ປະເທດອື່ນໆ ພ້ອມດ້ວຍພາກພື້ນ ແລະ ອົງການທີ່ກ່ຽວຂ້ອງເຂົ້າຮ່ວມ. ຫົວຂໍ້ຂອງກອງປະຊຸມໃນຄັ້ງນີ້ລວມມີ: ຄວາມຄືບໜ້າຂອງການເຈລະຈາສາກົນ, ເຕັກໂນໂລຊີແກ້ໄຂຫຼ້າສຸດ, ການສ້າງຂອບກົດໝາຍ ແລະອື່ນໆ ກ່ຽວກັບການອະນຸລັກທະເລ ແລະ ມົນລະພິດປລາສຕິກ.

ຖະແຫຼງການປະທານກອງປະຊຸມລະບຸວ່າ: ຄວນນຳໃຊ້ການເຄື່ອນໄຫວຕົວຈິງໂດຍໄວເພື່ອອະນຸລັກທະເລ ໂດຍສະເພາະຄວນເອົາໃຈໃສ່ບັນຫາມົນລະພິດຈາກປລາສຕິກຢູ່ພາກພື້ນມະຫາສະໝຸດປາຊີຟິກ; ສະໜັບສະໜູນຂໍ້ຕົກລົງກ່ຽວກັບການຢຸດຕິການສ້າງມົນລະພິດປລາສຕິກຂອງກອງປະຊຸມສິ່ງແວດລ້ອມອົງການສະຫະປະຊາຊາດຄັ້ງທີ 5; ສົ່ງເສີມຂໍ້ລິເລີ່ມຂອງທ້ອງຖິ່ນ, ປະເທດ ແລະ ພາກພື້ນ, ຮວບຮວມປະສານກຳລັງຈາກກຸ່ມຕ່າງໆ ເຊັ່ນ: ປະຊາຊົນ, ວົງການວິຊາການ, ພາກສ່ວນເອກະຊົນ ແລະ ອຳນາດການປົກຄອງທຸກຂັ້ນ; ຄວນເພີ່ມທະວີການຄົ້ນຄວ້າວິທະຍາສາດກ່ຽວກັບການອະນຸລັກທະເລ, ຊຸກຍູ້ການອະນຸລັກ ແລະ ການຄຸ້ມຄອງແບບຍືນຍົງຕໍ່ຊັບພະຍາກອນທະເລ ດ້ວຍການວາງນະໂຍບາຍຕາມຫຼັກວິທະຍາສາດ.