ໃນໄລຍະພັກບຸນຊິງໝິງຈີນ, ທົ່ວປະເທດຈີນມີປະຊາຊົນເຄື່ອນໄຫວຂ້າມເຂດແຄ້ວນຫຼາຍກວ່າ 700 ລ້ານເທື່ອຄົນ

2024-04-08 10:53:39 CRI

 

   ແຫຼ່ງຂ່າວຈາກກະຊວງຄົມມະນາຄົມຂົນສົ່ງຈີນແຈ້ງໃຫ້ຮູ້ເມື່ອວັນທີ 7 ເມສານີ້ວ່າ: ໃນລະຫວ່າງວັນທີ 4-6 ເມສານີ້ (ໄລຍະພັກບຸນຊິງໝິງ ຫຼື ບຸນອານະໄມສຸສານຂອງຈີນ), ທົ່ວປະເທດຈີນມີປະຊາຊົນເຄື່ອນໄຫວຂ້າມເຂດແຄ້ວນເຖິງ 740.386.000 ເທື່ອຄົນ, ສະເລ່ຍຕໍ່ມື້ມີເຖິງ 246.795.000 ເທື່ອຄົນ, ເພີ່ມຂຶ້ນ 53,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023.


   ເວົ້າສະເພາະ, ຍອດປະລິມານຂົນສົ່ງຜູ້ໂດຍສານຜ່ານທາງລົດໄຟມີເຖິງ 49.682.000 ເທື່ອຄົນ, ສະເລ່ຍຕໍ່ມື້ມີເຖິງ 16.561.000 ເທື່ອຄົນ, ເພີ່ມຂຶ້ນ 75,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ຍອດປະລິມານຂົນສົ່ງຜູ້ໂດຍສານຜ່ານທາງນໍ້າມີເຖິງ 2.749.000 ເທື່ອຄົນ, ສະເລ່ຍຕໍ່ມື້ມີເຖິງ 916.000 ເທື່ອຄົນ, ເພີ່ມຂຶ້ນ 84,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ຂະນະທີ່ຍອດປະລິມານຂົນສົ່ງຜູ້ໂດຍສານຜ່ານທາງອາກາດມີເຖິງ 5.034.000 ເທື່ອຄົນ, ສະເລ່ຍຕໍ່ມື້ມີເຖິງ 1.678.000 ເທື່ອຄົນ, ເພີ່ມຂຶ້ນ 21,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023.