ລັດຖະມົນຕີການຕ່າງປະເທດຣັດເຊຍຢ້ຽມຢາມຈີນຢ່າງເປັນທາງການ

2024-04-08 14:33:34 cri

ໂດຍຕອບສະໜອງຕາມຄຳເຊີນຂອງທ່ານຫວາງຢີ້, ກຳມະການກົມການເມືອງສູນກາງພັກກອມມູນິດຈີນ ລັດຖະມົນຕີກະຊວງການຕ່າງປະເທດຈີນ, ທ່ານເຊີເກ ລັຟລອຟ ລັດຖະມົນຕີກະຊວງການຕ່າງປະເທດຣັດເຊຍເດີນທາງມາຮອດປັກກິ່ງເພື່ອຢ້ຽມຢາມປະເທດຈີນຢ່າງເປັນທາງການລະຫວ່າງວັນທີ 8 ຫາ 9 ເມສານີ້.