ນາຍົກຈີນຕ້ອນຮັບການເຂົ້າຢ້ຽມຄຳນັບຂອງລັດຖະມົນຕີກະຊວງການເງິນອາເມຣິກາ

2024-04-08 11:18:26 CRI

 

   ຕອນເຊົ້າວັນທີ 7 ເມສານີ້ຢູ່ຫໍສະພາປະຊາຊົນແຫ່ງຊາດທີ່ນະຄອນຫຼວງປັກກິ່ງ, ທ່ານ ຫຼີສຽງ ນາຍົກລັດຖະມົນຕີຈີນໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານນາງ ເຈເນັດ ເຢເລັນ ລັດຖະມົນຕີກະຊວງການເງິນອາເມຣິກາ.


   ໃນໂອກາດນີ້, ທ່ານ ຫຼີສຽງ ກ່າວວ່າ: ຈີນຫວັງວ່າຈີນ-ອາເມຣິກາຈະກາຍເປັນຄູ່ຮ່ວມມືແຕ່ຫາກບໍ່ແມ່ນຄູ່ແຂ່ງຂັນ, ເຄົາລົບເຊິ່ງກັນແລະກັນ, ຢູ່ຮ່ວມກັນໂດຍສັນຕິ ແລະ ຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ. ຫວັງວ່າອາເມຣິກາຈະສຸມຄວາມພະຍາຍາມຮ່ວມກັບຈີນ, ຍຶດໝັ້ນຫຼັກການພື້ນຖານດ້ານເສດຖະກິດຕະຫຼາດທີ່ມີການແຂ່ງຂັນຢ່າງຍຸຕິທຳ ແລະ ຮ່ວມມືກັນແບບເປີດປະຕູ, ພ້ອມດຽວກັນນີ້, ຈະບໍ່ຫັນເອົາບັນຫາເສດຖະກິດ-ການຄ້າໃຫ້ກາຍເປັນບັນຫາການເມືອງກໍຄືບັນຫາຄວາມໝັ້ນຄົງ.


   ທ່ານນາງ ເຢເລັນ ກ່າວວ່າ: ອາເມຣິກາສະແດງຄວາມຊົມເຊີຍຕໍ່ຄວາມຄືບໜ້າຂອງການຮ່ວມມື ແລະ ການສົນທະນາດ້ານເສດຖະກິດລະຫວ່າງອາເມຣິກາ-ຈີນ, ອາເມຣິກາບໍ່ສະແຫວງຫາການຕັດສາຍພົວພັນກັບຈີນ, ຍິນດີຮ່ວມກັບຈີນຈັດຕັ້ງປະຕິບັດຄວາມເຫັນທີ່ເປັນເອກະພາບກັນອັນສໍາຄັນຂອງປະມຸກລັດສອງປະເທດທີ່ບັນລຸໄດ້ໃນການພົບປະກັນທີ່ນະຄອນຊານຟຣານຊິສໂກ, ເປິກສາຫາລືກັນຢ່າງກົງໄປກົງມາ, ຫຼີກລ່ຽງຄວາມເຂົ້າໃຈຜິດ, ລົງເລິກການແລກປ່ຽນ ແລະ ການຮ່ວມມື, ຄວບຄຸມຄວາມເຫັນທີ່ຂັດແຍ້ງກັນຢ່າງເໝາະສົມ, ຮ່ວມກັນຮັບມືກັບສິ່ງທ້າທາຍທົ່ວໂລກທີ່ເລັ່ງດ່ວນ ເພື່ອຊຸກຍູ້ສາຍພົວພັນອາເມຣິກາ-ຈີນໃຫ້ໄດ້ຮັບການພັດທະນາຢ່າງໝັ້ນທ່ຽງ.