ປີນີ້, ຈີນຈະດໍາເນີນການສໍາຫຼວດ ແລະ ປະເມີນຜົນສວນສາທາລະນະດິນບໍລິເວນນໍ້າແຫ່ງຊາດຢ່າງຕໍ່ເນື່ອງ

2024-04-08 11:23:02 CRI

 

   ອີງຕາມແຫຼ່ງຂ່າວຈາກອົງການປ່າໄມ້ ແລະ ທົ່ງຫຍ້າແຫ່ງຊາດຈີນແຈ້ງໃຫ້ຮູ້ວ່າ: ປີນີ້, ອົງການປ່າໄມ້ ແລະ ທົ່ງຫຍ້າແຫ່ງຊາດຈີນຈະຈັດຕັ້ງຄະນະຜູ້ຊ່ຽວຊານ ເພື່ອດໍາເນີນການສໍາຫຼວດ ແລະ ປະເມີນຜົນສວນສາທາລະນະດິນບໍລິເວນນໍ້າແຫ່ງຊາດຢ່າງຕໍ່ເນື່ອງເຊິ່ງເນື້ອໃນການສໍາຫຼວດຕົ້ນຕໍລວມມີ: ສະພາບການປົກປັກຮັກສາ, ການບູລະນະ, ການຕິດຕາມວັດແທກດ້ານການຄົ້ນຄວ້າວິທະຍາສາດ ກໍຄືການນໍາໃຊ້ຢ່າງສົມເຫດສົມຜົນຕໍ່ສວນສາທາລະນະດິນບໍລິເວນນໍ້າແຫ່ງຊາດ ແລະອື່ນໆ. ຕໍ່ກັບສວນສາທາລະນະດິນບໍລິເວນນໍ້າແຫ່ງຊາດທີ່ບັນລຸມາດຕະຖານນັ້ນ, ຈະໄດ້ຮັບການຢັ້ງຢືນຢ່າງເປັນທາງການວ່າສວນສາທາລະນະເຫຼົ່ານີ້ໄດ້ສໍາເລັດໜ້າທີ່ການສ້າງຈຸດທົດລອງ. ເມື່ອເຖິງເວລານັ້ນ, ວຽກງານກວດກາ ແລະ ຮັບຮອງການສ້າງສວນສາທາລະນະດິນບໍລິເວນນໍ້າແຫ່ງຊາດ 903 ແຫ່ງໃນທົ່ວປະເທດຈີນຈະສໍາເລັດໃນຂັ້ນພື້ນຖານ.