ນະຄອນຈື້ກົ້ງຈີນ: ໂອກາດການຄ້າໃໝ່ຂອງເສດຖະກິດການບິນລະດັບຕ່ຳ

2024-04-09 14:17:55 CRI

 

  ເສດຖະກິດການບິນລະດັບຕ່ຳກຳລັງກາຍເປັນເສັ້ນທາງແຂ່ງຂັນໃໝ່ທີ່ໄດ້ຮັບຄວາມສົນໃຈພັດທະນາຢູ່ແຫ່ງຕ່າງໆຂອງຈີນ, ນະຄອນຈື້ກົ້ງແຂວງເສສວນທີ່ພາກຕາເວັນຕົກສຽງໃຕ້ຂອງຈີນກຳລັງພະຍາຍາມພັດທະນາກຳລັງການຜະລິດໃນຄຸນນະພາບໃໝ່, ຈັດສັນເສດຖະກິດການບິນລະດັບຕ່ຳເຊິ່ງເປັນຂະແໜງການຈະເລີນໃໝ່.


 


ນະຄອນຈືຶ້ກົ້ງກຳລັງຈັດສັນການສັນຈອນທາງອາກາດ, ການຈໍລະຈອນສິນຄ້າດ້ວຍເຮືອບິນບໍ່ມີຄົນຂັບ, ການທ່ອງທ່ຽວດ້ວຍການບິນລະດັບຕ່ຳ, ການເຝິກອົບຮົມການຄວບຄຸມການບິນແລະຂະແໜງການອື່ນໆ, ແລະຈະນຳໃຊ້ເຮືອບິນບໍ່ມີຄົນຂັບເຂົ້າໃນການກອບກູ້ສຸກເສີນ, ການຜະລິດກະສິກຳ, ການແຈ້ງເຕືອນດ້ານອຸຕຸນິຍົມແລະຂົງເຂດອື່ນໆ.

 

ໃນທ້າຍປີ 2023, ເຮືອບິນບໍ່ມີຄົນຂັບໄດ້ຮັບການລົງທະບຽນຕົວຈິງຈຳນວນຫຼາຍກວ່າ 1.260.000 ລຳ, ໄດ້ເພີ່ມຂຶ້ນ 30% ເມື່ອທຽບໃສ່ໄລຍະດຽວກັນຂອງປີກ່່ອນ. ເກືອບ 2 ແສນຄົນມີໃບອະນຸຍາດຄວບຄຸມເຮືອບິນບໍ່ມີຄົນຂັບ.


 


ຕາມຂໍ້ມູນຈາກການຄົ້ນຄວ້າຕີລາຄາວ່າ: ໃນປີ 2023 ເສດຖະກິດການບິນລະດັບຕ່ຳຂອງຈີນໄດ້ສ້າງມູນຄ່າຫຼາຍກວ່າ 500 ຕື້ຢວນ, ໃນປີ 2030 ອາດຈະບັນລຸເຖິງ 2000 ຕື້ຢວນ.