ຈີນຄັດຄ້ານການສ້າງກຸ່ມກ້ອນຄັບແຄບລັກສະນະປັດເຂ່ຍ ແລະຄັດຄ້ານການສ້າງພາວະເປັນປໍລະປັກກັນລະຫວ່າງຝ່າຍພາຍໃນພາກພື້ນ

2024-04-09 11:05:23 cri



ວັນທີ8ເມສານີ້, ທ່ານນາງ ເໝົາໜິງ ໂຄສົກກະຊວງການຕ່າງປະເທດຈີນໄດ້ເປັນປະທານກອງປະຊຸມຖະແຫຼງຂ່າວ. ໃນໂອກາດດັ່ງກ່າວ, ມີນັກຂ່າວຕັ້ງຄຳຖາມວ່າ: ຜູ້ນຳຍີ່ປຸ່ນແລະຟີລິບປິນຈະເດີນທາງໄປອາເມຣິກາເພື່ອຈັດກອງປະຊຸມສຸດຍອດສາມຝ່າຍພາຍໃນອາທິດນີ້, ຄາດວ່າ ພວກເຂົາຈະເພີ່ມທະວີການພົວພັນດ້ານການປ້ອງກັນປະເທດໃນໄລຍະກອງປະຊຸມສຸດຍອດ. ຈີນມີຄວາມເຫັນຄືແນວໃດຕໍ່ກັບເລື່ອງນີ້?

ທ່ານນາງ ເໝົາໜິງ ຕອບວ່າ: ສິ່ງທີ່ຂ້າພະເຈົ້າຢາກເວົ້ານັ້ນຄື ບໍ່ວ່າປະເທດໃດຈະດຳເນີນການຮ່ວມມືໃດໆກໍຕາມລ້ວນແຕ່ຄວນມີຜົນປະໂຫຍດຕໍ່ສັນຕິພາບແລະສະຖຽນລະພາບຂອງພາກພື້ນ, ຈີນຄັດຄ້ານການສ້າງກຸ່ມກ້ອນຄັບແຄບລັກສະນະປັດເຂ່ຍ ແລະຄັດຄ້ານການສ້າງພາວະເປັນປໍລະປັກກັນລະຫວ່າງຝ່າຍພາຍໃນພາກພື້ນແຫ່ງນີ້.