ເຂດທະຫານພາກໃຕ້ຂອງຈີນເດັດດ່ຽວປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ເຂດທະເລຈີນໃຕ້

2024-04-09 14:25:13 CRI

    ທ່ານ ຖຽນຈຸ່ນຫຼີ ພັນເອກພິເສດກອງທັບອາກາດຈີນທັງເປັນໂຄສົກເຂດທະຫານພາກໃຕ້ຂອງຈີນໄດ້ຢືນຢັນເມື່ອວັນທີ 8 ເມສານີ້ວ່າ: ໃນລະຫວ່າງວັນທີ 7-8 ເມສານີ້, ເຂດທະຫານພາກໃຕ້ຂອງກອງທັບປົດປ່ອຍປະຊາຊົນຈີນ ໄດ້ຈັດຕັ້ງກຳລັງທະຫານເຮືອ ແລະ ທະຫານອາກາດຢູ່ເຂດທະເລຈີນໃຕ້ ໂດຍໄດ້ດໍາເນີນການຫັດແອບເຝິກຊ້ອມຕ່າງໆ ເຊັ່ນ: ການລາດຕະເວນເຕືອນໄພດ້ວຍຍົນສູ້ຮົບ, ການບຸກໂຈມຕີແບບປະສານເຫຼົ່າທັບເຮືອ ແລະ ເຫຼົ່ານທັບອາກາດ, ການລາດຕະເວນກຽມພ້ອມສູ້ຮົບຂອງກອງກໍາປັ່ນ ເປັນຕົ້ນ. ກອງທັບເຂດທະຫານໄດ້ເພີ່ມທະວີການຫັດແອບເພື່ອກຽມພ້ອມສູ້ຮົບຢ່າງຕໍ່ເນື່ອງ, ໂດຍໄດ້ຮັກສາສະຕິລະວັງຕົວໃນລະດັບສູງຢູ່ທຸກເວລາ ເພື່ອເດັດດ່ຽວປົກປ້ອງອະທິປະໄຕ ແລະ ຄວາມໝັ້ນຄົງຂອງປະເທດຊາດກໍຄືປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ເຂດທະເລຈີນໃຕ້.