ຈີນແລະບັນດາປະເທດອາຊີຕາເວັນອອກສຽງໃຕ້ເປັນຄູ່ຮ່ວມມືທີ່ດີທີ່ຮ່ວມຊາຕາກຳນຳກັນ

2024-04-09 11:07:01 cri



ວັນທີ8ເມສານີ້, ທ່ານນາງ ເໝົາໜິງ ໂຄສົກກະຊວງການຕ່າງປະເທດຈີນໄດ້ເປັນປະທານກອງປະຊຸມຖະແຫຼງຂ່າວ.

ໃນໂອກາດດັ່ງກ່າວ, ທ່ານນາງ ເໝົາໜິງກ່າວຢືນຢັນວ່າ: ເມື່ອມໍ່ໆມານີ້, ຜູ້ນຳແລະລັດຖະມົນຕີການຕ່າງປະເທດຂອງຫຼາຍປະເທດອາຊີຕາເວັນອອກສຽງໃຕ້ໄດ້ເດີນທາງມາຢ້ຽມຢາມຈີນຕາມລຳດັບ, ເຊິ່ງສະແດງໃຫ້ເຫັນເຖິງປະເທດເຫຼົ່ານີ້ໄດ້ໃຫ້ຄວາມສຳຄັນເປັນຢ່າງສູງຕໍ່ການຂະຫຍາຍສາຍພົວພັນກັບຈີນ.

  ຈີນແລະອາຊຽນໄດ້ເປັນຄູ່ການຄ້າໃຫຍ່ທີ່ສຸດຂອງກັນແລະກັນມາເປັນເວລາ4ປີຕິດຕໍ່ກັນ. ປະເທດອ້ອມຂ້າງເປັນທິດທາງບຸລິມະສິດດ້ານວຽກງານການຕ່າງປະເທດຂອງຈີນ, ຈີນແລະບັນດາປະເທດອາຊີຕາເວັນອອກສຽງໃຕ້ເປັນເພື່ອນບ້ານທີ່ດີ, ເພື່ອນມິດທີ່ດີແລະຄູ່ຮ່ວມມືທີ່ດີທີ່ຮ່ວມຊາຕາກຳນຳກັນ. ສອງເດືອນຕົ້ນປີນີ້, ຍອດມູນຄ່າການຄ້າລະຫວ່າງຈີນກັບອາຊຽນໄດ້ບັນລຸເຖິງ 993,2ຕື້ຢວນ, ເພີ່ມຂຶ້ນ8,1%. ໂຄງການຮ່ວມມືຈຳນວນຫຼວງຫຼາຍເຊັ່ນ: ເສັ້ນທາງລົດໄຟຈີນ-ລາວ, ເສັ້ນທາງລົດໄຟຄວາມໄວສູງຈາກາກຕາ-ບັນດຸງ, “ສອງເຂດນິຄົມສອງປະເທດ”ຈີນ-ມາເລເຊຍ(ຄືເຂດນິຄົມອຸດສາຫະກຳຊິ່ນໂຈ່ວຈີນ-ມາເລເຊຍແລະເຂດນິຄົມອຸດສາຫະກຳຄວນຕັນມາເລເຊຍ-ຈີນ)ແລະອື່ນໆໄດ້ເລັ່ງຊຸກຍູ້ການເຕີບໂຕດ້ານເສດຖະກິດຂອງພາກພື້ນ ແລະສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນໃນພາກພື້ນ. ຈີນກັບສິງກະໂປ, ມາເລເຊຍແລະໄທໄດ້ບັນລຸການຍົກເວັ້ນວີຊາເຊິ່ງກັນແລະກັນ,  “ປີແລກປ່ຽນວັດທະນະທຳຈີນ-ອາຊຽນ”ຈະຈັດກິດຈະກຳທີ່ຫຼາກຫຼາຍ ເພື່ອສົ່ງເສີມຄວາມຮັບຮູ້ເຂົ້າໃຈກັນແລະເຊື່ອມສານຈິດໃຈກັນລະຫວ່າງປະຊາຊົນສອງຝ່າຍ.