ວຽກງານສ້າງບ່ອນວາງສະແດງຂອງງານວາງສະແດງເຄື່ອງອຸປະໂພກ-ບໍລິໂພກສາກົນຈີນຄັ້ງທີ 4 ພວມດຳເນີນໄປຢ່າງເປັນລະບຽບ

2024-04-09 15:13:01 cri


ງານວາງສະແດງເຄື່ອງອຸປະໂພກ-ບໍລິໂພກສາກົນຈີນຄັ້ງທີ 4 ຈະຈັດຂຶ້ນຢູ່ນະຄອນໄຫໂຂວແຂວງໄຫຫຼຳຈີນລະຫວ່າງວັນທີ 13 ຫາ 18 ເມສານີ້. ໃນຖານະເປັນງານວາງສະແດງເຄື່ອງອຸປະໂພກ-ບໍລິໂພກດີເດັ່ນຂະໜາດໃຫຍ່ທີ່ສຸດຂອງເຂດອາຊີປາຊີຟິກ, ງານວາງສະແດງເຄື່ອງອຸປະໂພກ-ບໍລິໂພກສາກົນຈີນຄັ້ງນີ້ຄາດວ່າຈະມີເນື້ອທີ່ວາງສະແດງໃນຮົ່ມ 1,28 ແສນຕາແມັດ, ປັດຈຸບັນ, ວຽກງານສ້າງບ່ອນວາງສະແດງກຳລັງດຳເນີນໄປຢ່າງເປັນລະບຽບ.

ຫໍວາງສະແດງໄຫຫຼຳຂອງງານວາງສະແດງເຄື່ອງອຸປະໂພກ-ບໍລິໂພກສາກົນຈີນຄັ້ງນີ້ແມ່ນກວມເນື້ອທີ່ 800 ຕາແມັດ, ໂດຍຜ່ານການຄັດເລືອກ, ປັດຈຸບັນມີວິສາຫະກິດ 155 ແຫ່ງຢືນຢັນວ່າຈະເຂົ້າຮ່ວມງານວາງສະແດງຄັ້ງນີ້, ສິນຄ້າທີ່ນຳມາງານວາງສະແດງຈະມີຫຼາຍກວ່າ 400 ຊະນິດ.