ໄຕມາດທີໜຶ່ງປີນີ້, ມີກຳປັ່ນທ່ອງທ່ຽວສາກົນ 69 ເທື່ອລຳເຂົ້າອອກດ່ານພາສີຊຽງໄຮ

2024-04-09 14:49:30 cri


ອົງການພາສີຊຽງໄຮຈີນເປີດເຜີຍໃຫ້ຮູ້ວ່າ: ພາຍຫຼັງກຳປັ່ນທ່ອງທ່ຽວສາກົນຟື້ນຟູການເດີນເຮືອເປັນເວລາໜຶ່ງປີຜ່ານມານີ້, ມີກຳປັ່ນທ່ອງທ່ຽວສາກົນ 157 ເທື່ອລຳ ແລະ ຜູ້ໂດຍສານ 270.000 ເທື່ອຄົນເຂົ້າອອກດ່ານພາສີຊຽງໄຮ. ໃນໄຕມາດທີໜຶ່ງປີນີ້, ມີກຳປັ່ນທ່ອງທ່ຽວສາກົນ 69 ເທື່ອລຳເຂົ້າອອກດ່ານພາສີຊຽງໄຮ, ເມື່ອທຽບໃສ່ໄລຍະດຽວກັນຂອງໄຕມາດແລ້ວນີ້ໄດ້ເພີ່ມຂຶ້ນ 3,3 ເທົ່າ, ຜູ້ໂດຍສານທີ່ເຂົ້າອອກເມືອງບັນລຸເຖິງ 210.000 ເທື່ອຄົນ, ເພີ່ມຂຶ້ນ 15,1 ເທົ່າເມື່ອທຽບໃສ່ໄຕມາດແລ້ວນີ້. ໃນນັ້ນ, ກຳປັ່ນ “Adora Magic City” ເຊິ່ງເປັນກຳປັ່ນທ່ອງທ່ຽວຂະໜາດໃຫຍ່ລຳທຳອິດທີ່ຜະລິດໂດຍຈີນໄດ້ສຳເລັດການເຂົ້າອອກເມືອງ 41 ເທື່ອລຳ, ໄດ້ຂົນສົ່ງຜູ້ໂດຍສານ 154.000 ເທື່ອຄົນ.