ທ່ານສີຈິ້ນຜິງພົບປະກັບປະທານາທິບໍດີສະຫະພັນມິໂກຣເນຊີ

2024-04-10 10:43:47 CRI

 

   ຕອນບ່າຍວັນທີ 9 ເມສານີ້ຢູ່ຫໍສະພາປະຊາຊົນແຫ່ງຊາດທີ່ນະຄອນຫຼວງປັກກິ່ງ, ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະເຈລະຈາກັບທ່ານ ເວສລີ ຊິມີນາ ປະທານາທິບໍດີສະຫະພັນມິໂກຣເນຊີໃນໂອກາດເດີນທາງມາຢ້ຽມຢາມຈີນທາງລັດຖະກິດ.



   ໃນໂອກາດນີ້, ຜູ້ນໍາສອງປະເທດໄດ້ເປິກສາຫາລືກ່ຽວກັບຫຼາຍຂົງເຂດ ເຊັ່ນ: ການເລັ່ງລັດຊຸກຍູ້ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”, ເພີ່ມທະວີການຮ່ວມມືດ້ານໂຄງການພື້ນຖານໂຄງລ່າງ, ຮັດແໜ້ນການແລກປ່ຽນດ້ານວັດທະນະທໍາ, ສາທາລະນະສຸກ, ການສຶກສາ ແລະ ທ້ອງຖິ່ນ, ເພີ່ມທະວີການປະສານສົມທົບກັນພາຍໃຕ້ຂອບຫຼາຍຝ່າຍ ເຊັ່ນ: ອົງການສະຫະປະຊາຊາດ, ເວທີເປິກສາຫາລືປະເທດເກາະດອນນ້ອຍມະຫາສະໝຸດປາຊິຟິກ ແລະອື່ນໆ, ຮ່ວມກັນຈັດຕັ້ງປະຕິບັດລັດທິຫຼາຍຝ່າຍ ກໍຄືດໍາເນີນການຮ່ວມມືສາມຝ່າຍ ຫຼື ຫຼາຍຝ່າຍ ແລະຂົງເຂດອື່ນໆ.



   ພາຍຫຼັງການພົບປະເຈລະຈາ, ປະມຸກລັດສອງປະເທດໄດ້ຮ່ວມກັນເປັນສັກຂີພິຍານໃຫ້ແກ່ການລົງນາມໃນເອກະສານຮ່ວມມືສອງຝ່າຍຫຼາຍສະບັບ ເຊັ່ນ: ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”, ການພັດທະນາແບບສີຂຽວ, ກະສິກໍາ, ສາທາລະນະສຸກ ແລະ ການບໍລິການປິ່ນປົວ, ພື້ນຖານໂຄງລ່າງ, ການຮ່ວມມືດ້ານການພັດທະນາ ແລະອື່ນໆ.


   ນອກນີ້, ສອງຝ່າຍຍັງຈະອອກ “ຖະແຫຼງການຮ່ວມລະຫວ່າງສາທາລະນະລັດປະຊາຊົນຈີນ ກັບ ສະຫະພັນມິໂກຣເນຊີ”.