ຈັດກອງປະຊຸມສໍາມະນາທິດສະດີຄັ້ງທີ 7 ລະຫວ່າງພັກກອມມູນິດຈີນ-ພັກແຮງງານເບຣຊິນ

2024-04-10 11:15:40 CRI

   ວັນທີ 9 ເມສານີ້, ກອງປະຊຸມສໍາມະນາທິດສະດີຄັ້ງທີ 7 ລະຫວ່າງພັກກອມມູນິດຈີນ-ພັກແຮງງານເບຣຊິນໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ ສປ ຈີນ.


   ກອງປະຊຸມໄດ້ຊີ້ໃຫ້ເຫັນວ່າ: ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກໍາມະການສູນກາງພັກກອມມູນິດຈີນ ແລະ ທ່ານ ລູອິສ ອິນາຊີໂອ ລູລາ ດາ ຊິນວາ ປະທານາທິບໍດີເບຣຊິນໄດ້ສົ່ງສານຊົມເຊີຍ ເຖິງກອງປະຊຸມຄັ້ງນີ້ ເຊິ່ງເປັນທິດຊີ້ນໍາພື້ນຖານໃຫ້ແກ່ການຈັດກອງປະຊຸມຄັ້ງນີ້ໃຫ້ດີ. ປີນີ້ເປັນປີຄົບຮອບ 50 ປີແຫ່ງການສ້າງຕັ້ງສາຍພົວພັນທາງການທູດຈີນ-ເບຣຊິນ, ທັງເປັນປີຄົບຮອບ 40 ປີແຫ່ງການສ້າງຕັ້ງສາຍພົວພັນລະຫວ່າງພັກກອມມູນິດຈີນ-ພັກແຮງງານເບຣຊິນນໍາອີກ. ພັກກອມມູນິດຈີນຍິນດີຮ່ວມກັບພັກແຮງງານເບຣຊິນຈັດຕັ້ງປະຕິບັດສັນຍາການແລກປ່ຽນ ແລະ ການຮ່ວມມືລະຫວ່າງສອງພັກໃຫ້ດີ ເພື່ອຊຸກຍູ້ສາຍພົວພັນຄູ່ຮ່ວມ ຍຸດທະສາດຮອບດ້ານຈີນ-ເບຣຊິນໃຫ້ກ້າວຂຶ້ນສູ່ລະດັບໃໝ່. ພາຍໃຕ້ສະພາບການໃໝ່, ພັກແຮງງານເບຣຊິນຍິນດີຮ່ວມກັບພັກກອມມູນິດຈີນ. ເພີ່ມທະວີການໄປມາຫາສູ່ກັນ, ລົງເລິກການແລກປ່ຽນແນວຄິດ ແລະບົດຮຽນເຊິ່ງກັນແລະກັນໃນດ້ານການຄຸ້ມຄອງພັກ ແລະ ການບໍລິຫານປະເທດ, ຮັດແໜ້ນຄວາມສາມັກຄີ ແລະ ການປະສານງານ ເພື່ອຮ່ວມກັນຮັບມືກັບສິ່ງທ້າທາຍທົ່ວໂລກ.