ໂຮງງານເມືອງຢີ້ອູ່ເລັ່ງຜະລິດສິນຄ້າຕ່າງໆເພື່ອຕອບສະໜອງຄວາມຕ້ອງການຂອງເອີຣົບ

2024-04-12 10:59:25 CRI

 

   ປັດຈຸບັນ, ງານກິລາໂອລິມປິກລະດູຮ້ອນປາຣີປະເທດຝຣັ່ງເປັນເຈົ້າພາບພວມຄ່ອຍໆກາຍເປັນຈຸດສົນໃຈຂອງຜູ້ຄົນທັງຫຼາຍ, ພ້ອມດຽວກັນນີ້ຍັງໄດ້ຊຸກຍູ້ “ເສດຖະກິດງານກິລາໂອລິມປິກ” ພັດທະນາຢ່າງຕໍ່ເນື່ອງ. ຢູ່ສູນການຄ້າສາກົນເມືອງຢີ້ອູ່ ແຂວງ ເຈີ້ຈ່ຽງ ຈີນ, ຜະລິດຕະພັນທີ່ມີສີສັນຂອງຝຣັ່ງໄດ້ຖືກຈັດໄວ້ຢູ່ບ່ອນວາງຂາຍທີ່ເດັ່ນກວ່າໝູ່ ໂດຍໄດ້ດຶງດູດນັກທຸລະກິດຈໍານວນຫຼາຍເຂົ້າມາສັ່ງຊື້. ຜູ້ຮັບຜິດຊອບວິສາຫະກິດແຫ່ງໜຶ່ງຢູ່ເມືອງຢີ້ອູ່ໃຫ້ຮູ້ວ່າ: ໃບສັ່ງຊື້ສິນຄ້າຈາກເອີຣົບໄດ້ຖືກຈັດລຽງລໍາດັບໄປຮອດທ້າຍເດືອນພຶດສະພາປີນີ້ແລ້ວ. ອີງຕາມຕົວເລກຂໍ້ມູນທີ່ດ່ານພາສີເມືອງຢີ້ອູ່ແຈ້ງໃຫ້ຮູ້ວ່າ: ນັບແຕ່ເດືອນມັງກອນຫາເດືອນກຸມພາປີນີ້, ການສົ່ງອອກເຄື່ອງກິລາຂອງເມືອງຢີ້ອູ່ໄດ້ບັນລຸມູນຄ່າເຖິງ 1,7 ຕື້ ຢວນ ເພີ່ມຂຶ້ນ 70,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023, ໃນນັ້ນ, ການສົ່ງອອກໄປຝຣັ່ງມີມູນຄ່າເຖິງ 540.000.000 ຢວນ, ເພີ່ມຂຶ້ນ 42,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023.