ຈຳນວນເຄື່ອງຈັກຜະລິດ ແລະກຳລັງການຜະລິດໄຟຟ້ານິວເຄລຍຂອງຈີນລ້ວນແຕ່ເປັນອັນດັບທີ 1 ໃນໂລກ

2024-04-15 17:00:44 cri

ວັນທີ 15 ເມສານີ້, ສະມາຄົມຂະແໜງການພະລັງງານນິວເຄລຍຈີນໄດ້ປະກາດປຶ້ມປົກສີຟ້າກ່ຽວກັບ “ບົດລາຍງານການພັດທະນາພະລັງງານນິວເຄລຍຂອງຈີນປີ 2024”, ໄດ້ສະຫຼຸບ ແລະວິໄຈສະພາບການພັດທະນາຂະແໜງການພະລັງງານນິວເຄລຍຂອງຈີນໃນປັດຈຸບັນນີ້ຈາກດ້ານການເຄື່ອນໄຫວ, ການກໍ່ສ້າງໂຄງການ, ການປະດິດສ້າງໃໝ່ວິທະຍາສາດເຕັກນິກ ແລະອື່ນໆຂອງໄຟຟ້ານິວເຄລຍ.

 

ປຶ້ມປົກສີຟ້າຍັງໃຫ້ຂໍ້ມູນຕື່ມອີກວ່າ: ການຕິດຕັ້ງເຄື່ອງຈັກຜະລິດໄຟຟ້ານິວເຄລຍຂອງຈີນພວມຂະຫຍາຍໄປໜ້າຢ່າງໝັ້ນທ່ຽງ. ໃນປີ 2023, ຈີນໄດ້ອະນຸມັດ 5 ໂຄງການໄຟຟ້ານິວເຄລຍໃໝ່ ແລະເລີ່ມຕິດຕັ້ງເຄື່ອງຈັກຜະລິດໄຟຟ້ານິວເຄລຍ 5 ໜ່ວຍ. ມາຮອດປັດຈຸບັນນີ້, ຈີນພວມຕິດຕັ້ງເຄື່ອງຈັກຜະລິດໄຟຟ້ານິຍເຄລຍ 26 ໜ່ວຍ ເຊິ່ງມີກຳລັງການຜະລິດໄຟຟ້າທັງໝົດ 30,3 ລ້ານກິໂລວັດ ແລະໄດ້ສືບຕໍ່ເປັນອັນດັບທີ 1 ໃນໂລກ.