ທ່ານສີຈິ້ນຜິງຕ້ອນຮັບການເຂົ້າຢ້ຽມຄຳນັບຂອງນາຍົກລັດຖະມົນຕີເຢຍລະມັນ

2024-04-16 15:40:13 cri

 

    ຕອນເຊົ້າວັນທີ 16 ເມສານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານໂອລາຟ ໂຊນສ ນາຍົກລັດຖະມົນຕີເຢຍລະມັນຢູ່ນະຄອນຫຼວງປັກກິ່ງຈີນ.

    ທ່ານສີຈິ້ນຜິງຊີ້ໃຫ້ເຫັນວ່າ: ປັດຈຸບັນນີ້, ການປ່ຽນແປງຮອບຮ້ອຍປີໃນໂລກໄດ້ພັດທະນາຢ່າງວ່ອງໄວ, ສັງຄົມມະນຸດໄດ້ຜະເຊີນກັບຄວາມສ່ຽງ ແລະ ສິ່ງທ້າທາຍຫຼາຍກວ່າເກົ່າ, ຖ້າຢາກແກ້ໄຂບັນຫາເຫຼົ່ານີ້ແມ່ນຈະປັດສະຈາກການຮ່ວມມືລະຫວ່າງປະເທດໃຫຍ່ບໍ່ໄດ້. ຈີນ ແລະ ເຢຍລະມັນຕ່າງແມ່ນກຸ່ມເສດຖະກິດໃຫຍ່ອັນດັບ 2 ແລະ ອັນດັບ 3 ໃນໂລກ, ການທີ່ປັບປຸງ ແລະ ພັດທະນາສາຍພົວພັນຈີນ-ເຢຍລະມັນນັ້ນແມ່ນມີຜົນສະທ້ອນອັນສຳຄັນຕໍ່ແຜ່ນດິນໃຫຍ່ອາຊີ-ເອີຣົບຈົນເຖິງທົ່ວໂລກ. ສອງປະເທດຕ້ອງປະຕິບັດຕໍ່ ແລະ ພັດທະນາສາຍພົວພັນສອງຝ່າຍຈາກມຸມມອງຍາວໄກ ແລະ ຍຸດທະສາດ, ເກາະແຂນກັນເພີ່ມຄວາມໝັ້ນທ່ຽງ ແລະ ຄວາມແນ່ນອນໃຫ້ແກ່ໂລກຫຼາຍກວ່າເກົ່າ.

    ທ່ານໂອລາຟ ໂຊນສ ກ່າວວ່າ: ເຢຍລະມັນຍິນດີຮ່ວມກັບຈີນສືບຕໍ່ປັບປຸງສາຍພົວພັນລະຫວ່າງສອງປະເທດໃຫ້ແໜ້ນແຟ້ນ, ລົງເລິກການສົນທະນາ ແລະ ການຮ່ວມມືສອງຝ່າຍໃນຂົງເຂດຕ່າງໆ, ຊຸກຍູ້ການແລກປ່ຽນດ້ານການສຶກສາ ແລະ ວັດທະນະທຳເປັນຕົ້ນ, ສຸມກໍາລັງເຂົ້າໃນການປົກປັກຮັກສາລະບຽບສາກົນຫຼາຍຝ່າຍ, ຊຸກຍູ້ສັນຕິພາບ ແລະ ການພັດທະນາຂອງໂລກ.