ທ່ານສີຈິ້ນຜິງເປັນປະທານກອງປະຊຸມຊຸກຍູ້ການພັດທະນາພາກຕາເວັນຕົກຈີນໃນຍຸກໃໝ່ແລະກ່າວຄຳປາໄສທີ່ສຳຄັນ

2024-04-24 15:48:01 cri


ຕອນບ່າຍວັນທີ 23 ເມສານີ້, ຢູ່ກຳແພງນະຄອນຈຸງກິ່ງ, ທ່ານສີຈິ້ນຜິງ, ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ, ປະທານປະເທດຈີນ, ປະທານຄະນະກຳມະການການທະຫານສູນກາງຈີນໄດ້ເປັນປະທານກອງປະຊຸມສຳມະນາຊຸກຍູ້ການພັດທະນາພາກຕາເວັນຕົກຂອງຈີນໃນຍຸກໃໝ່ ແລະໄດ້ກ່າວຄໍາປາໄສທີ່ສໍາຄັນ. ທ່ານກ່າວເນັ້ນວ່າ, ພາກຕາເວັນຕົກມີຖານະສຳຄັນໃນພາກສ່ວນໃຫຍ່ແຫ່ງການປະຕິຮູບ, ການພັດທະນາ ແລະ ການຮັກສາຄວາມໝັ້ນຄົງຂອງຈີນ. ຕ້ອງປະຕິບັດນະໂຍບາຍແລະມາດຕະການຂອງສູນກາງພັກ ກ່ຽວກັບການຊຸກຍູ້ການພັດທະນາພາກຕາເວັນຕົກໃຫ້ດີຢ່າງສະເໝີຕົ້ນສະເໝີປາຍ, ສ້າງສະພາບການໃໝ່ແຫ່ງການປົກປັກຮັກສາຢ່າງຂະໜາດໃຫຍ່, ເປີດປະຕູຢ່າງຂະໜາດໃຫຍ່, ພັດທະນາຢ່າງມີຄຸນນະພາບສູງ, ຍົກສູງຄວາມສາມາດໂດຍລວມແລະຄວາມສາມາດແຫ່ງການພັດທະນາແບບຍືນຍົງ, ພະຍາຍາມຂຽນປະຫວັດສາດໜ້າໃໝ່ແຫ່ງການພັດທະນາພາກຕາເວັນຕົກໃນຂະບວນການຫັນເປັນຄວາມທັນສະໄໝແບບຈີນ.