• ສນ ສີສະຫວາດ ຈັນພະວົງ

    ກັມມຸນາວັດຕະຕິໂລໂກ=ສັດໂລກຍ່ອມເປັນໄປຕາມກຳ
  • ນ ແຊມຄໍາ ໝື່ນສີ

    ຊີວິດບໍ່ມີຄຳວ່າປະລາໄຊ ມີແຕ່ສິ່ງທີ່ຈະຕ້ອງຮຽນຮູ້ໃຫມ່ ແລະ ພັດທະນາໂຕເອງໄປເລື້ອຍໆ.
  • ທ ວັນນານ້ອຍ ນິຍົມສິນ

    ສິ່ງທີ່ຮ້າຍແຮງກວ່າການເຮັດຜິດພາດ ຄືການທີ່ເຮົາບໍ່ຍອມລົງມືເຮັດຫຍັງເລີຍ.
  • ນ ມະລິສາ ໄຊຍະເດດ

    ຈົ່ງຝາກຊີວິດໄວ້ກັບ "ສະຕິແລະປັນຍາ" ຢ່າຝາກໄວ້ກັບ"ໂຊກຊະຕາ"ທີ່ເບິ່ງບໍ່ເຫັນ.
  • ນ ເຈນນູຣີ ໂຄໄໝຫວ່າງ

    ທຸກເທື່ອທີ່ຜິດຫວັງ ຖ້າເຮົາຈະເສຍໃຈ ເປັນສິ່ງທີ່ບໍ່ຜິດ ແຕ່ຢ່າເສຍບົດຮຽນທີ່ໄວ້ໃຫ້ຄິດ ເພື່ອບໍ່ກັບໄປຜິດຄືເກົ່າ.
  • ນ ວຽງເພັດ ພັນນະວົງ

    ຈົ່ງເຊື່ອໝັ້ນໃນໂຕເອງ ແລະ ເຮັດໜ້າທີ່ຂອງເຮົາໃຫ້ດີທີ່ສຸດ.
  • ນ ສຸພາພອນ ລໍວັນໄຊ

    ບໍ່ມີໄຊຊະນະໃດ ໄດ້ມາໂດຍບໍ່ຕ້ອງສູ້ ບໍ່ມີຄວາມສຳເລັດໃດ ໄດ້ມາໂດຍບໍ່ລົງມືທຳ.
  • ທ ເອກວິໄຊ ຕຣັ່ນ

    ຝັນໃຫ້ໄກ, ໄປໃຫ້ເຖິງ, ແລ້ວຈະພົບກັບຄວາມສຸກຂອງຊີວິດ.
  • ນ ປາລະມີ ຜາສຸ້ຍໄຊງາມ

    ບໍ່ສຳຄັນວ່າເຈົ້າຈະສະຫຼາດປານໃດ ຖ້າເຈົ້າບໍ່ມີວິທີເຮັດວຽກຮ່ວມກັບຄົນອື່ນ ຄວາມຝັນຂອງເຈົ້າກໍເປັນພຽງຄວາມຝັນເທົ່ານັ້ນ.
  • ນ ກິຕ້າ ອາສິດນິພາບ

    ກ້າວທໍາອິດຄືສີ່ງທ້າທາຍ ແລະກ້າວສຸດທ້າຍບໍ່ມີຢູ່ຈິງ, ຢາກໄດ້ໃນສິ່ງທີ່ບໍ່ເຄີຍໄດ້ ກໍຕ້ອງເຮັດໃນສີ່ງທີ່ບໍ່ເຄີຍເຮັດ.