ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-09-22 17:28:47    
ປະກາດ​ກ່ຽວ​ກັບ​ການ​ເສັງ​ຄວາມ​ຮູ້​ເລ່ືອງ "ສ.ປ.ຈີນ 55 ປີ"

cri Author: lm

ວັນ​ທີ 1 ຕຸລາ​ປີ​ນ້ີ​ແມ່ນ​ວັນ​ລະ​ລຶການ​ສ້າງຕັ້ງສາທາລະນະ​ລັດ​ປະຊາຊົນ​ຈີນ​ຄົບຮອບ 55 ປີ. ​ແຕ່​ວັນ​ທີ 4 ກັນຍາ​ເປັນຕົ້ນ​ໄປ, ວິທະຍຸ​ພວກ​ເຮົາ​ຈະ​ຈັດ​ໃຫ້​ມີ​ການ​ເສັງ​ຄວາມ​ຮ້​ູທ່ີ​ມີ​ຫົວ​ຂ້ໍ​ວ່າ "ປະ​ເທດ​ຈີນ​ໃໝ່​ຄົບຮອບ 55 ປີ" ​ໃນ​ເພ່ືອນ​ຜູ່​ຟັງ​ບັນດາ​ປະ​ເທດ, ການ​ເສັງ​ຄວາມ​ຮູ້​ເທ່ືອ​ນີ້​ຈະ​ຍືດ​ເຍືອ​ໄປ​ຮອດ​ທ້າຍ​ເດືອນ​ພະຈິກ​ປີ​ນີ້.

ການ​ເສັງ​ຄວາມ​ຮູ້​ເທ່ືອ​ນີ້​ມີ​ບົດ​ແນະນຳ 4 ບົດ, ຈະ​ອອກ​ອາກາດ​ຕໍ່​ຜູ່​ຟັງ​ບັນດາ​ປະ​ເທດ​ໂດຍ​ທາງ​ວິທະຍຸ​ກະຈາຍສຽງ​ແລະ​ທາງ​ອິນ​ເຕີ​ເນັດ. ສະ​ເໜີ​ສະພາບ​ການ​ພັດທະນາ​ດ້ານ​ເສດຖະກິດ ການ​ຕ່າງປະ​ເທດ ສະພາບ​ການ​ສຶກສາ​ຂອງ​ຈີນ​ໃນ​ປະຈຸ​ບັນ ສະພາບ​ການ​ພັດທະນາ​ເຂດ​ຊົນ​ເຜ່ົາ​ປົກຄອງ​ຕົນ​ເອງ​ແລະ​ເຂດ​ຊົນ​ເຜ່ົາ​ສ່ວນ​ໜ້ອຍ​ຂອງ​ຈີນ. ​ເຊ່ັນດຽວ​ກັນ​ກັບ​ການ​ເສັງ​ຄວາມ​ຮູ້​ທ່ີ​ຈັດ​ຂຶ້ນ​ໃນ​ທຸກ​ປີ​ທ່ີ​ຜ່ານ​ມາ, ຕອນ​ທ້າຍ​ບົດ​ແນະນຳ​ທຸກ​ບົດ ພວກ​ເຮົາ​ຈະ​ສະ​ເໜີ​ຄຳ​ຖາມ​ສອງ​ຂ້ໍ, ​ເພ່ືອ​ໃຫ້​ທ່ານ​ຜູ່​ຟັງ​ຕອບ. ຫຼັງຈາກ​ນັ້ນ ກຳມະການ​ຂອງ​ພວກ​ເຮົາ​ຈະ​ກວດ​ບົດ​ຕອບ​ຂອງ​ຜູ່​ຟັງ​ທ່ີ​ຝາກ​ມາ, ຕົກລົງ​ຜູ່​ໄດ້​ຮັບ​ລາງວັນ​ທີ​ໜ່ຶງ ທີ​ສອງ​ແລະ​ທີ​ສາມ, ​ແລະ​ຈະ​ເລືອກ​ເອົາ​ຜູ່​ໄດ້​ຮັບ​ລາງວັນ​ພິ​ເສດ​ຈາກ​ຜູ່​ໄດ້​ລາງວັນ​ທີ​ໜ່ຶງ​ຂອງ​ແຕ່ລະ​ປະ​ເທດ. ຜູ່​ໄດ້​ຮັບ​ລາງວັນ​ທີ​ໜ່ຶງ ທີ​ສອງ​ແລະ​ທີ​ສາມ​ຈະ​ໄດ້​ຮັບ​ຂອງຂວັນ​ອັນ​ສວຍ​ງາມ​ປານີດ, ຜູ່​ໄດ້​ຮັບ​ລາງວັນ​ພິ​ເສດ, ຈະ​ໄດ້​ຮັບ​ເຊີນ​ມາ​ທ່ຽວ​ຈີນ​ຟີ​ເປັນ​ເວລາ​ໜ່ຶງ​ອາທິດ​ໃນ​ລະດູບານ​ໃໝ່​ປີໜ້າ.

ຍິນ​ດີ​ຕ້ອນຮັບ​ທ່ານ​ຜູ່​ຟັງ​ທັງຫຼາຍ​ເຂົ້າຮ່ວມ​ການ​ເສັງ​ຄວາມ​ຮູ້​ຂອງ​ພວກ​ເຮົາ​ເທ່ືອ​ນີ້, ​ແລະ​ຂໍ​ອວຍພອນ​ລ່ວງ​ໜ້າ​ໃຫ້​ທ່ານ​ຈ່ົງ​ໂຊກ​ດີ.


ບົດ​ທີ​ໜ່ຶງ: ​ເສດຖະກິດ​ຈີນ​ທ່ີ​ພັດທະນາ​ແບບ​ຍືນ​ຍົງ
ບົດ​ທີ​ສອງ: ການ​ສຶກສາ​ຂອງ​ຈີນ​ທ່ີຮັບ​ໃຊ້​ປະຊາກອນ 1300 ລ້ານ​ຄົນ
ບົດ​ທີ​ສາມ: ບັນດາຊົນ​ເຜ່ົາ​ສ່ວນ​ໜ້ອຍ​ຂອງ​ຈີນ​ຢູ່​ທ້ອງ​ຖ່ິນ​ຊົນເຜ່ົາ​ປະຕິບັດ​ການ​ປົກຄອງ​
ຕົນ​ເອງ

ບົດ​ທີ​ສ່ີ:   ການ​ຕ່າງປະ​ເທດ​ຈີນ​ທ່ີ​ຍຶດ​ໝັ້ນຄວາມ​ເປັນ​ເອກະລາດ​ເປັນ​ເຈົ້າຕົນ​ເອງ​ແລະ​
ວັດຖຸ​ປະສົງ​ສັນຕິພາບຢ່າງສະ​ເໝີ​ຕົ້ນສະ​ເໝີ​ປາຍ

ກົດ​ບ່ອນ​ນີ້​ເພ່ືອ​ເຂົ້າຮ່ວມ