ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-12-06 15:14:42    
ທິມ​ບານ​ເຕະ​ໄວ​ຫນຸ່ມ​ຈີນ​ຈະ​ໄປ​ຮຽນ​ຢູ່​ເຢຍ​ລະ​ມັນ(ສຽງ)

cri Author: sayvanny

ພາຍຫລັງ​ໄດ້​ເສຍ​ໄຊ​ໃນ​ການ​ແຂ່ງຂັນ​ຄັດ​ເລືອກ​ເຂົ້າຮ່ວມ​ງານ​ແຂ່ງຂັນ​ບານ​ເຕະ​ຊິງ​ຂັນ​ໂລກ​ເຢຍລະ​ມັນ​ປີ 2006 ​ແລ້ວ, ວົງ​ການ​ບານ​ເຕະ​ຈີນ​ກໍ່​ໄດ້​ສຸມ​ກຳລັງ​ເຂົ້າ​ໃນ​ວຽກ​ງານ​ກະກຽມ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ປີ 2008.​ສະນັ້ນ ສະມາຄົມ​ບານ​ເຕະ​ຈີນ​ໄດ້​ຈັດຕັ້ງ​ທິມບານ​ເຕະ​ໄວ​ຫນຸ່ມ​ທິມ ຫນຶ່ງ​ຈະໄປ​ຮຽນ​ຢູ່​ເຢຍລະ​ມັນ​ເປັນ​ເວລາ​ສອງ​ປີ​ໂດຍ​ຈຳ​ເພາະ.​ໃນ​ລາຍການ​ໂລກ​ກິລາ​ພາກ​ນີ້ ​ເຊີນ​ຟັງ​ບົດ​ແຈ້ງ​ຂ່າວ​ທີ່​ພາດ​ຫົວ​ເລື່ອງ​ວ່າ: ທິມບານ​ເຕະ​ໄວ​ຫນຸ່ມ​ຈີນ​ຈະ​ໄປຮຽນ​ຢູ່​ເຢຍລະ​ມັນ.

ວັນ​ທີ 8 ທັນວາ ທິມບານ​ເຕະ​ທີ່​ປະກອບ​ດ້ວຍນັກ​ບານ​ເຕະ 27 ຄົນ​ທີ່​ມີ​ອາຍຸ​ແຕ່ 14 ປີ​ຫາ 19 ປີຈະ​ຈາກ​ປັກ​ກິ່ງ​ໄປ​ເມືອງ​ບັດ.ກິ​ຊິງ​ແກນ ຂອງ​ເຢຍລະ​ມັນ​ເພື່ອ​ໄປ​ຝຶກ​ແອບ​ຢູ່​ແຫ່ງ​ນັ້ນ​ເປັນ​ເວລາ​ສອງ​ປີ, ຜູ່​ທີ່​ໄປນຳ​ທິມບານ​​ເຕະ​ທີ່​ຖືກ​ຖື​ເປັນ​ທິມດາລາ 2008 ຂອງ​ຈີນ​ທິມນີ້​ຍັງ​ມີ​ຄູ​ຝຶກ​ຈີນ 3 ຄົນ​ແລະ​ທ່ານ​ກຼາວຈຸນ ຄູ​ຝຶກ​ໃຫຍ່​ສັນຊາດ​ເຢຍລະ​ມັນ.ສະມາຄົມ​ບານ​ເຕະ​ຈີນ​ກ່າວ​ວ່າ, ທິມດາລາ 2008 ​ແມ່ນ​ທິມຕ່າງ​ກັບທິມ​ໄວ​ຫນຸ່ມ​ແຫ່ງ​ຊາດ​ຈີນຫລື​ທິມ​ໂອ​ລິ​ມປິກ​ແຫ່ງ​ຊາດ​ຈີນ​ທີ່​ມີ​ອາຍຸ 21 ປີ​ລົງ​ລຸ່ມ​, ຈຸດປະສົງຂອງ​ການ​ຈັດຕັ້ງ​ທິມນີ້​ແມ່ນ​ເພື່ອບຳລຸງສ້າງ​ນັກ​ບານ​ເຕະ​ສຳລັບ​ງານ​ກິລາ​​ໂອ​ລິ​ມປິກ​ປັກ​ກິ່ງ​ປີ 2008,​ແລະ​ກໍ່​ແມ່ນ​ຊ່ອງ​ທາງ​ສຳຄັນທີ່ສະຫນອງ​ນັກ​ບານ​ເຕະຜູ່​ດີ​ເດັ່ນ​ໃຫ້​ທິມ​ໄວ​ຫນຸ່ມ​ແຫ່ງ​ຊາດ​ຈີນ​ແລະ​ທິມ​ໂອ​ລິ​ມປິກ​ແຫ່ງ​ຊາດ​ຈີນ.

1  2  3  4  5  6