ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-12-06 15:14:42    
ທິມ​ບານ​ເຕະ​ໄວ​ຫນຸ່ມ​ຈີນ​ຈະ​ໄປ​ຮຽນ​ຢູ່​ເຢຍ​ລະ​ມັນ(ສຽງ)

cri Author: sayvanny

​ເຢຍລະ​ມັນ​ແມ່​ນປະ​ເທດບານ​ເຕະ​ທີ່​ເຂັ້ມ​ແຂງ​ໃນ​ໂລກ​ໂດຍ​ຕະຫລອດ,​ໃນ​ດ້ານບຳລຸງ​ສ້າງນັກ​ບານ​ເຕະ​ໄວ​ຫນຸ່ມ​ກໍ່​ຍິ່ງ​ພົ້ນ​ເດັ່ນ.ມີ​ໂອກາດ​ໄປ​ຮຽນ​ຢູ່​ເຢຍລະ​ມັນ, ​ເຮັດ​ໃຫ້​ນັກ​ບານ​ເຕະຫນຸ່ມ​ຂອງ​ຈີນ​ຮູ້ສຶກ​ດີ​ໃຈ​ທີ່​ສຸດ.ທ້າວ​ໂຈ່​ວ​ເຊີນ ກອງ​ຫລັງ​ກາງ​ທີ່​ມາ​ຈາກ​ທິມບານ​ເຕະ​ໄວ​ຫນຸ່ມ​ຂອງ​ສະ​ໂມສອນ​​​ໄທ້​ຕາ​ທຽນ​ສິນ​ເວົ້າວ່າ:

​ໃນ​ຖານ​ເປັນ​ນັກ​ບານ​ເຕະ​ໃນ​ໄວ​ນີ້, ພວກ​ເຮົາ​ມີ​ໂຊກ​ດີ,ກໍ່ຮູ້ສຶກ​ມີ​ກຳລັງ​ຫນີບ​. ​ເມື່ອ​ໄປ​ຮອດ​ເຢຍລະ​ມັນ​ແລ້ວ, ພວກ​ເຮົາຈະ​ພະຍາຍາມ​ສອດຄ່ອງ​ກັບ​ສະພາບ​​ແວດ​ລ້ອມ​ຢູ່​ແຫ່ງ​ນັ້ນ,ຍາດ​ແຍ່ງ​ເຂົ້າຮ່ວມ​ການ​ແຂ່ງຂັນ​ລະດັບ​ສູງ​ໃຫ້​ຫລາຍ. ຂ້ອຍ​ຈະ​ຝຶກ​ແອບ​ໃຫ້​ດີ, ຍາດ​ແຍ່ງ​ເຂົ້າຮ່ວມ​ທິມ​ໂອ​ລິ​ມປິກ​ແຫ່ງ​ຊາດ​ໃນ​ສອງ​ປີ​ຂ້າງ​ຫນ້າ​ນີ້, ​ເພື່ອ​ເຂົ້າຮ່ວມ​ງານ​ກິລາ​ໂອ​ລິ​ມປິກ​ປີ 2008 ທີ່​ປັກ​ກິ່ງ.
ບໍ່​ພຽງ​ແຕ່​​ນັກບານ​ເຕັກ​ຫນຸ່ມ​ນ້ອຍ​ຂອງ​ຈີນ​ເຕັມ​ໄປ​ດ້ວຍ​ຄວາມ​ຫວັງຕໍ່ ອະນາຄົດທໍ່ນັ້ນ, ທ່ານ​ໂລ​ແດນ​ບັດ ​ເຈົ້າ​ຄອງ​ເມືອງ​ບັດ.ກີ​ຊິງ​ແກນ​ຂອງ​ເຢຍລະ​ມັນ ​ເຊິ່ງ​ເປັນ​ເມືອງ​ທີ່​ນັກ​ບານ​ເຕະ​ຈີນ​ຈະ​​ໄປ​ຮຽນ​ນັ້ນກໍ່​​ເວົ້າ​ວ່າ, ທ່ານ​ຫວັງ​ຈະໄດ້​ເຫັນ​ທິມຈີນ​ແລະ​ທິມ​ເຢຍລະ​ມັນ​ສາມາດ​ເຂົ້າສູ່​ການ​ແຂ່ງຂັນ​ຮອບ​ສຸດ​ທ້າຍ​ໃນ​ງານ​ກິລາ​ໂອ​ລິ​ມປັກ​ກິ່ງ​ປີ 2008,​ແລະ​ຜົນ​ສຸດ​ທ້າຍ​ແມ່ນ​ທິມຈີນ​ເອົາ​ຊະນະ​ທິມ​ເຢຍລະ​ມັນ​ດ້ວຍ 2 ປະຕູຕໍ່ 1.


1  2  3  4  5  6