ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-12-06 15:14:42    
ທິມ​ບານ​ເຕະ​ໄວ​ຫນຸ່ມ​ຈີນ​ຈະ​ໄປ​ຮຽນ​ຢູ່​ເຢຍ​ລະ​ມັນ(ສຽງ)

cri Author: sayvanny

ທ່ານ​ກຼາວ​ຈຸນ ​ ຄູ​ຝຶກ​ໃຫຍ່​ສັນ​ຊາດ​ເຢຍລະ​ມັນ​ຂອງ​ທິມດາລາປີ 2008 ເຊິ່ງ​ເປັນພີ່ນ້ອງ​ຮ່ວມ​ຊາດ​ຂອງ​ເຈົ້າຄອງ​ເມືອງ​ບັດ.ກິ​ຊິງ​ແກນ​ກໍ່​ໄດ້​ສະ​ແດງ​​ຄວາມຄິດ​​ແນວ​ດຽວ​ກັນ.ທ່ານ​ກຼາວຈຸນ​ມີ​ບົດຮຽນ​ຄູ​ຝຶກ​ເຕະບານ 35 ປີ​ແລ້ວ​ທ່ານກ່າວ​ວ່າ, ທ່ານ​ເຄີຍ​ສັງ​ເກດ​ການ​ແຂ່ງຂັນ​ຂອງ​ທິມຊາດຈີນ U17 ​ແລະ U19,​ແ​ລະ​ເຄີຍ​​ໃກ້ຊິດກັບ​ນັກ​​ບານ​ເຕະ​ຊາວ​ຫນຸ່ມ​ເຍົາວະ​ຊົນ​ຈີນຫລາຍ​ເທື່ອ,​ດັ່ງນັ້ນຮູ໊ຈັກ​ເຂົາ​ເຈົ້າຫລາຍ.ທ່ານ​ເຫັນ​ວ່າ, ນັກ​ບານ​ເຕະ​ເຫລົ່ານີ້​ມີ​ພອນ​ສະຫວັນ​ຫລາຍ, ​ແຕ້​​ບັນຫາ​ຂອງ​ບານ​ເຕະ​ຈີນ​ບໍ່ແມ່ນ​​ເງື່ອນ​ໄຂຮ່າງກາຍ​ແລະ​ເຕັກນິກ​ຂອງ​ນັກ​ບານ​ເຕະ, ສ່ວນ​ຫລາຍ​ແມ່ນ​ຍ້ອນຂາດ​ນ້ຳ​ໃຈ​ສາມັກຄີ​ແລະນ້ຳ​ໃຈ​ສູ້​ຊົນ.ສະນັ້ນ,ການ​​ໄປ​ຮຽນ​ຢູ່​ເຢຍລະ​ມັນ​ເທື່ອ​ນີ້, ບໍ່​ພຽງ​ແຕ່​ຈະ​ຝຶກ​ແອບ​ຮ່າງກາຍ​ແລະ​ຄວາມ​ສາມາດ​ດ້ານ​ເຕັກນິກ​ຂອງ​ເຂົາ​ເຈົ້າທໍ່ນັ້ນ, ຍິ່ງ​ຈະ​ບຳລຸງ​ສ້າງ​ນ້ຳ​ໃຈ​ໃຫ້​ພວກ​ເຂົາ​ເຈົ້າອີກ​ດ້ວຍ.

ທ່ານ​ກຼາວຈຸນ​​ເວົ້າວ່າ:

ຈຸດປະສົງ​ສຸດ​ທ້າຍ​ຂອງ​ພວກ​ເຮົາ​ແມ່ນ​ໃຫ້​ນັກ​ບານ​ເຕະ​ເຫລົ່າ​ນີ້​ສາ ມາດ​ສູ້​ກັບ​ນັກ​ກິລາ​ລະດັບ​ສູງ​ໃນ​ໂລກ​ທີ່​ມີ​ອາຍຸ​ຊ່ຳກັນ​ກັບ​ພວກ​ເຂົາ​ເຈົ້າ​ໃນ​ດ້ານ​ຈິດ​ໃຈ​ແລະ​ເຕັກນິກ.ພວກ​ເຮົາ​ຕ້ອງ​ຊິງ​ເອົາ​ຫລຽນ​ໃນ​ງານ​ກິລາ​ໂອ​ລິ​ມ ປິກ​ປັກ​ກິ່ງ. ຍ້ອນ​ວ່າ​ງານ​ກິລາ​ໂອ​ລິ​ມປິກ​ແມ່ນ​ຈັດ​​ຢູ່​ປັກ​ກິ່ງ, ​ຢູ່​ຕໍ່​ຫນ້າ​ແຟນບານ​​ເຕະແລະ​ຜູ່​ຊົມ​ຂອງ​ປະ​ເທດ​ຕົນ​ເອງ, ຂ້າພະ​ເຈົ້າຄິດ​ວ່າ​ທິມບານ​ເຕະ​ຈີນ​ຢ່າງ​ຫນ້ອຍ​ຕ້ອງ​ເຂົ້າສູ່ 4 ທິມ​ຮອບ​ສຸດ​ທ້າຍ.

1  2  3  4  5  6