ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-12-06 15:14:42    
ທິມ​ບານ​ເຕະ​ໄວ​ຫນຸ່ມ​ຈີນ​ຈະ​ໄປ​ຮຽນ​ຢູ່​ເຢຍ​ລະ​ມັນ(ສຽງ)

cri Author: sayvanny

ຈະ​ບັນລຸ​ເປົ້າຫມາຍ​ທີ່​ຂ້ອນ​ຂ້າງ​ຍາກ​ດັ່ງກ່າວ,ກໍ່​ຕ້ອງ​ມີ​ແຜນການ​ຝຶກ ອົບຮົມ​ອັນ​ລະອຽດ.ສະນັ້ນ ທ່ານ​ກຼາວຈຸນ​ແລະ​ສະມາຄົມ​ບານ​ເຕະ​ຈີນ​ໄດ້​ໃຫ້​ຄຳ​ຫມັ້ນສັນຍາ​ຕໍ່​ຊາວ​ຫນຸ່ມ​ເຍົາວະ​ຊົນເຫລົ່າ​ນີ້​ວ່າ, ​ໃນ​ໄລ​ຍະຝຶກ​ອົບຮົມ​ຢູ່​ເຢຍລະ​ມັນ, ພວກ​ເຂົາ​ເຈົ້າສາມາດ​ເຂົ້າຮ່ວມ​ການ​ແຂ່ງຂັນ​ລະດັບ​ສູງຢ່າງ​ຫນ້ອຍ​ອາທິດ​ລະ​ເທື່ອ, ​ແລະ​ເຂົ້າຮ່ວມ​ການ​ແຂ່ງຂັນ​ລະຫວ່າງ​ຊາດ​ທີ່​ມີ​ລະ ດັບ​ສູງ​ຢ່າງ​ຫນ້ອຍ​ເດືອນ​ລະ​ສອງ​ເທື່ອ, ​ເຂົ້າຮ່ວມ​ການ​ແຂ່ງ​ຂັນ U18 ຂອງ​ເຢຍລະ​ມັນ, ​ເຂົ້າຮ່ວມ​ຊຸດ​ຝຶກອົບຮົມ​ໄລຍະ​ສັນຕ່າງໆ​ທີ່​ຈັດ​ໂດຍ​ສະມາຄົມ​ບານ​ເຕະ​ເຢຍລະ​ມັນ​ແລະ​ສະຫະພັນ​ບານ​ເຕະ​ເອີ​ລົບ, ​ໄປ​ອັກ​ຊັງ​ຕິນ ແຂ່ງຂັນ​ກັບທິມທີ 2 ​ຂອງ​ສະມາຄົມ​ບານ​ເຕະ​ທີ່​ມີ​ຊື່​ສຽງ​ຄື ສະມາຄົມ​ລິ​ເວີ​ໄພຼ​ແລະ​ສະມາຄົມ​ໂບກາ​ຢູ​ນີ​ແລະ​ທິມ​ແຫ່ງ​ຊາດ U17 ​ຂອງ​ອັກ​ຊັງ​ຕີນເປັນຕົ້ນ.

ທີ່​ຈິງ​ແລ້ວ, ທິມດາລາ 2008 ທິມນີ້​ບໍ່​ແມ່ນ​ທິມບານ​ເຕະ​ທີ່​ເຂົ້າຮ່ວມ​ງານ​ກິລາ​ໂອ​ລິ​ມປິກປັກ​ກິ່ງ​ປີ 2008,ມີ​​ແຕ່​ຜູ່​ດີ​ເດັ່ນ​ກວ່າ​ຫມູ່​ຢູ່​ໃນ​ທິມນີ້​ຈິ່ງ​ເຂົ້າຮ່ວມ​ທິມ​ໄວ​ຫນຸ່ມ​ແຫ່ງ​ຊາດ​ຈີນ​ໃນ​ປະຈຸ​ບັນ​ໄດ້, ​ແລະຮອດ​ຄາວ​ນັ້ນປະກອບ​ເປັນ​ທິມ​ໂອ​ລິ​ມປິກ​ແຫ່ງ​ຊາດ​ເຂົ້າຮ່ວມ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ. ສະມາຄົມ​ບານ​ເຕະ​ຈີນ​ກ່າວ​ວ່າ​ພວກ​ເຂົາ​ເຈົ້າຈະ​ບໍ່​ສົນ​ໃຈ​ນຳ​ຜົນງານ​ຂອງ​ທິມຈີນໃນ​ງານ​ກິລາ​ໂອ​ລິ​ມປິກ​ປີ 2008, ພຽງ​ແຕ່​ຢາກ​ໃຫ້​ທິມບານ​ເຕະ​ທິມນີ້​ໄປ​ຮຽນ​ຢູ່​ເຢຍ ລະ​ມັນ​ສ້າງ​​ແຫ​ລ່ງຝຶກອົບຮົມ​ນັກ​​ບານ​ເຕະ​ໄວ​ຫນຸ່ມ​ຈີນ​ຢູ່​ເອີ​ລົບ. ທີ່​ຫມັ້ນ​ຝຶກ​ອົບຮົມ​ທີ່​ຕັ້ງຢູ່​ເມືອງ​ບັດ.ກິ​ຊິງ​ແກນ​ກໍ່​ແມ່ນ​ທີ່​ຫມັ້ນ​ຝຶກ​ອົບຮົມ​ແຫ່ງ​ທຳ​ອິດ​ທີ່​ສະມາ ຄົມ​ບານ​ເຕະ​ຈີນ​ສ້າງຕັ້ງຂຶ້ນ​ຢູ່​ຕ່າງປະ​ເທດ.

1  2  3  4  5  6