ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-12-06 15:14:42    
ທິມ​ບານ​ເຕະ​ໄວ​ຫນຸ່ມ​ຈີນ​ຈະ​ໄປ​ຮຽນ​ຢູ່​ເຢຍ​ລະ​ມັນ(ສຽງ)

cri Author: sayvanny

ການ​ທົດ​ລອງ​ແບບ​ນີ້​ແມ່ນ​ຍ້ອນ​ສະມາຄົມ​ບານ​ເຕະ​ຈີນ​ໄດ້​ສຳ​ຫລວດ​ສະ ພາບ​ປະຈຸ​ບັນ​ຂອງ​ບານ​ເຕະ​ຈີນ​ໃນ​ຫລາຍ​ປີ​ມໍ່ໆ​ມາ​ນີ້,ພາຍຫລັງ​ເສຍ​ໄຊ​ໃນ​ການການ​ແຂ່ງຂັນຊີງ​ເອົາ​ສິດເຂົ້າຮ່ວມ​ງານ​ແຂ່ງຂັນ​ບານ​ເຕະ​ຊິງ​ຂັນ​ໂລກ​ປີ 2006 ທີ່​ເຢຍ ລະ​ມັນ​ແລ້ວ, ສະມາຄົມ​ບານ​ເຕະ​ຈີນ​ໄດ້​ຮັບ​ຮູ້​ວ່າ​ສາຍ​ເຫດ​ທີ່​ລະດັບ​ບານ​ເຕະ​ຈີນ​ຫລ້າຫລັງ​ນັ້ນ​ແມ່ນ​ຍ້ອນ​ການ​ອົບຮົມ​ນັກ​ກິລາ​ບານ​ເຕະ​ໄວ​ຫນຸ່ມ​ຫລ້າຫລັງ, ສະນັ້ນ, ກໍ່​ຕັດສິນ​ໃຈ​​ຕ້ອງຝຶກ​ອົບຮົມ​ນັກບານ​ເຕະ​ແຕ່​ນ້ອຍ,​ແຕ່​ສະພາບ​ປະຈຸ​ບັນ​ຂອງ​ການ​ກິລາ​ບານ​ເຕະ​ຈີນ​ບໍ່​ອາດ​ຈະ​ສ້າງ​ລະບົບ​ຝຶກອົບຮົມ​ໄວ​ຫນຸ່ມ​ທີ່​ປອດ​ໄສ​ແລະ​ສຸກ​ງອມ​ພາຍ​ໃນ​​ເວລາອັນ​ສັ້ນ​ສັ້ນ,ສະນັ້ນ ກໍ່ພະຍາຍາມ​ສົ່ງນັກບານ​ເຕະ​ຫນຸ່ມນ້ອຍ​ຫລາຍ​ເທົ່າ​ທີ່​ຈະ​ຫລາຍ​ໄດ້​ໄປ​ຝຶກອົບຮົມ​ຢູ່​ປະ​ເທດ​ແລະ​ເຂດ​ແຄວ້​ນທີ່​​ມີ​ລະດັບ​ບານ​ເຕະກ້າວຫນ້າ. ທ່ານ​ເຢນ ຊື້​ໂດ ຮອງ​ປະທານ​ສະມາຄົມ​ບານ​ເຕະ​ຈີນ​​ເວົ້າວ່າ:

​ເມື່ອ​ທຽບ​ກັບ​ລະດັບ​ສັງ​ລວມຂອງ​ການ​ກິລາ​ຈີນ​ແລ້ວ, ລະດັບ​ບານ​ເຕະ​ຂອງ​ຈີນ​ຂ້ອນ​ຂ້າງ​ຫລ້າຫລັງ,ນີ້​ແມ່ນ​ເລື່ອງ​ຈິງ. ບານ​ເຕະຫລ້າຫລັງ​ແນວ​ນີ້​ມີ​ສ່ວນ​ກ່ຽວຂ້ອງ​ກັບ​ບັນ​ຫາ​ທີ່​ເກີດ​ຂຶ້ນ​ໃນ​ປະຈຸ​ບັນ, ​ແຕ່​ສະມາ​ຄົມ​ບານ​ເຕະ​ຈີນ​ມີ​ຄວາມ​ຫມັ້ນ​ໃຈ​ສ້າງ​ສະພາບ​ແວດ​ລ້ອມ​ບານ​ເຕະ​ຂອງ​ຈີນ​ໃຫ້​ດີ​ຂຶ້ນ​ແລະ​ຍົກ​ລະດັບ​ບານ​ເຕະ​ໃຫ້​ສູງ​ຂຶ້ນ​ໂດຍ​ມີ​ທົ່ວວົງ​ການ​ບານ​ເຕະຈີນ​ພ້ອມ​ກັນ​ພະຍາ ຍາມ.​ແນ່​ນອນ​​ແລ້ວ, ລະດັບ​ຂອງ​ພວກ​ເຮົາ​ຈະ​ແລ່ນ​ທັນ​ເບຼຊິນ​ຫລື​ເຢຍລະ​ມັນ, ເສັ້ນທາງ​ຍັງຍາວ​ໄກຢູ່, ​ແຕ່​ພວກ​ເຮົາ​ຈະ​ແລ່ນ​ໄປ​ຕາມ​​ເປັນ​ກ້າວໆ.

1  2  3  4  5  6