ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-16 09:30:26    
ທ່ານ​ເຟິງ​ຊາວ​ເຊ ນັກ​ແຕ້ມ​ຈີນ​ທີ່​ວິ້ງ​ວອນ​ໃຫ້​ມີ​ສັນ​ຕິ​ພາບ​​ໃນ​ຕາ​ເວັນ​ອອກ​ກາງ

cri Author: sayvanny


​ເຫມືອນ​ດັ່ງ​ຄຳ​ເວົ້າ​ຂອງ​ທ່ານ​ວາງ​ຈົ້ງ,​ໃນ​ວົງ​ການ​ວິ​ຈິດ​ຕະ​ກຳ​ຈີນ, ​ແມ່ນ​ມີ​ການ​ປະດິດ​ແຕ່ງ​ດ້ານ​ວິ​ຈິດ​ຕະ​ກຳ​ທີ່​ກ່ຽວ​ພັນ​ເຖິງ​ເຫດ​ການ​ສຳຄັນ,ຖ້າ​ມີ​ກໍ່​ແມ່ນ​ຮູບ​ແຕ້ມ​ແຜ່ນ​ດຽວ​ທໍ່​ນັ້ນ.ທ່ານ​ເຟິງ​ຊາວ​ເຊ​ໄດ້​ໃຊ້​ເວລາ​ສອງ​ປີ,​ແຕ້ມ​ປະມວນ​ຮູບ​ນົກກາງ​ແກ​ຢູ່​ຕາ​ເວັນ​ອອກ​ກາງ,​ແມ່ນ​ມີ​ສ່ວນ​ກ່ຽວ​ພັນ​ເຖິງ​ຊີວິດ​ສິລະ​ປະ​ພິ​ເສດຂອງ​ທ່ານ.ທ່ານ​ເຟິງຊາວ​ເຊ​ເວົ້າວ່າ:

ຂ້າ​ພະ​ເຈົ້າມີ​ຄວາມ​ສົນ​ໃຈ​ນຳ​ເຫດການ​​ສຳຄັນໃນ​ໂລກ​ຈຳ​ນວນ​ຫນຶ່ງ ​ເຊິ່ງ ລວມທັງ​​ເຫດ​ການ​ສຳ​ຄັນ​ໃນ​ຈີນ.​ເພາະວ່າ​ເຫດ​ການ​​ເຫລົ່າ​ນີ້​ມີ​ຕ່າງໆ​ນາໆ,ມີ​ດ້ານ​ການ​ເມືອງ,​ແລະ​ມີ​ດ້ານ​ມະນຸດ​ສະ​ຍະ​ຊົນ,ອາດ​ຈະ​ແມ່ນ​ຍ້ອນ​ມີ​ສ່ວນ​ກ່ຽວຂ້ອງ​ກັບ​ການ​ສຶກ​ສາ​ຂອງ​ຂ້າພະ​ເຈົ້າ.ການ​ແຕ້ມ​ຮູບກ່ຽວ​ກັບ​ຫົວ​ຂໍ້​ສຳຄັນ​ເຫລົ່າ​ນີ້,​ແມ່ນ​ຍ້ອນ​ປະສົບ​ການ​ຂອງ​ຂ້າພະ​ເຈົ້າທີ່​ເຮັດ​ວຽກ​ທາງ​ການ​ເມືອງ​ໃນ​ຫລາຍ​ປີ​ມາ​ນີ້,ຂ້າພະ​ເຈົ້າມີ​ຄວາມ​ສະ​ດຸ້ງ​ໄວ​ທາງ​ດ້ານ​ການ​ເມືອງ. ປະສົບ​ການ​ຂອງ​ຂ້າ​ພະ​ເຈົ້າ​ມາ​ຈາກ​ສັງ​ຄົມ.​ເຫັນ​ຫລາຍ,ຄິດ​ຫລາຍ.ຂ້າພະ​ເຈົ້າຄິດ​ວ່າ​ນັກ​ສິລະ​ປິນຜູ່​ຫນຶ່ງ, ຜູ່​​ເຮັດ​ວຽກ​ວັດ​ທະ​ນະ​ທຳ​ຜູ່​ຫນຶ່ງບໍ່​ພຽງ​ແຕ່​ຕ້ອງ​ສະ​ແຫວ​ງຫາ​ສິ່ງ​ຈົບງາມ​ສົມບູນ​ແລະ​ວິຊາ​ສະ​ເພາະ​ທໍ່​ນັ້ນ, ຄົນ​ຈຳນວນ​ຫນຶ່ງ​ຄວນ​ມີຫນ້າ​ທີ່​ຮັບ​ຜິດ​ຊອບ​ຕໍ່ສັງຄົມ.ຂ້າພະ​ເຈົ້າ​ເຫັນ​ວ່າ​ຕົນ​ເອງ​ຄວນ​ເຮັດ​ແນວ​ນີ້.

1  2  3  4  5  6