ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-16 09:30:26    
ທ່ານ​ເຟິງ​ຊາວ​ເຊ ນັກ​ແຕ້ມ​ຈີນ​ທີ່​ວິ້ງ​ວອນ​ໃຫ້​ມີ​ສັນ​ຕິ​ພາບ​​ໃນ​ຕາ​ເວັນ​ອອກ​ກາງ

cri Author: sayvanny

ທ່ານ​ເຟິງຊາວ​ເຊຕັ້ງ​ໄດ້​ໃຊ້​ວິທີ​ແຕ້​ມຮູບ​​ແບບ​ເດີມ​ຂອງ​ຈີນ​ເປັນ​ສະ​ເພາະ, ທ່ານ​ເຫັນ​ວ່າ, ​ເຮັດ​ແນວ​ນີ້​ຈິ່ງ​ສາມາດ​ສະ​ແດງ​ເຖີງຄວາມ​ຮູ້ສຶກ​ຂອງ​ສິລະ​ປິນຈີນ​ທີ່​ມີ​ຕໍ່​ບັນ​ຫາ​ຕາ​ເວັນ​ອອກ​ກາງ.​ໃນ​ຮູບ​ແຕ້ມ​ແຜ່ນ​ສຸດ​ທ້າຍ​ຂອງ​ຮູບ​​ນົກກາງ​ແກ​ຢູ່​ຕາ​ເວັນ​ອອກ​ກາງ​ທີ່​ໃສ່​ຊື່ວ່າ:​ແສງ​ອາ​ລຸນ​ແຫ່ງ​ສັນ​ຕິ​ພາບ,​ໄດ້​ສະ​ທ້ອນ​ໃ​ຫ້​ເຫັນ​ວ່າ, ​ຕອນ​​ເຊົ້າ​ທີ່​ມີ​ຫມອກ,​ ໃນ​ປ່າ​ຕົ້ມ​ຫມາກ ສົ້ມ​ໂມ, ມີ​ນົກ​ກາງ​ແກ​ໂຕ​ຫນຶ່ງ​ຄາບ​ເອົາ​ກິ່ງ​ຕົ້ນ​ຫມາກ​ສົ້ມ​ໂມ, ບິນ​ໄປ​ຫາ​ແສງ​ອາ​ລຸນ.​ ແຕ່​ວ່າ, ​ແສງ​ອາ​ລຸນ​ນີ້​ຕ່າງ​ກັບ​ແສງ​ສີຄຳ​ທີ່​ຜູ່​ຊົມ​ມັກ​ເຫັນ​ເລື້ອຍໆ,​ເມື່ອ​ຢືນ​ເບິ່ງ​ຮູບ​ແຕ້ມ​ນີ້,ຄົນ​ທັງ​ຫລາຍ​ຄື​ຊິ​ໄດ້​ເຫັນ​ຄວາມ​ເຢັນທີ່​ຊາບ​ຊືນ​ອອກ​ຈາກ​ເມກ​ຫມອກ​ຍາມ​ເຊົ້າ​ແລະ​ຄວາມ​ວິຕົກ​ກັງ​ວົນ​ຂອງ​ຄົນ​ທັງ​ຫລາຍ.ຫລາຍ​ຄົນຈົນ​ອົດ​ບໍ່​ໄດ້​ຢາກ​ຖາມ​ວ່າ:ນົກ​ກາງ​ແກ​ນີ້​ຈະ​ບິນ​ໄປ​ຮອດ​ທ້ອງ​ຟ້າ​ຕາ​ເວັນ​ອອກ​ກາງ​ໃນ​ຍາມ​ໃດ?ທ່ານ​ເຟິງ​ຊາວ​ເຊ​ເວົ້າ​ວ່າ:

ຢູ່​ໃນ​ຮູບ​ແຕ້ມ​ນີ້, ໄດ້​ເຫັນ​ມີ​ແສງ​ອາ​ລຸນ,​ແຕ່​ບໍ່​ຈະ​ແຈ້ງ​ປານ​ໃດ,ຍັງ​ມີ​ປັດ​ໄຈ​ບໍ່​ແນ່​ນອນ​ແລະ​ບໍ່​ຈະ​ແຈ້ງ,ຄ່ອງ​ຄອຍ​ໃຫ້​ມີ​ສັນ​ຕິ​ພາບ​ຢູ່​ຕາ​ເວັນ​ອອກ​ກາງ, ສະ​ນັ້ນ,ພວກ​ຂ້າ​ພະ​ເຈົ້າ​ຫວັງ​ໃຫ້​ຕາ​ເວັນ​ອອກ​ກາງ​​ເກີດ​ມີ​ແສງ​ອາ​ລຸນ, ຜ່ານ​ຄວາມ​ພະ​ຍາ​ຍາມ​ຂອງ​ປະຊາ​ຄົ​ມ​ໂລກ, ​ແລະ​ຄວາມ​ພະ​ຍາ​ຍາມ​ຂອງ​​ຝ່າຍ, ຕ່າງໆ​ຫວັງ​​ໃຫ້​ຕາ​ເວັນ​ອອກ​ກາງ​ສາມາດ​ເດີນ​ໄປ​ສູ່​ເສັ້ນ​ທາງ​ສັນ​ຕິ​ພາບ.


1  2  3  4  5  6