ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-16 09:30:26    
ທ່ານ​ເຟິງ​ຊາວ​ເຊ ນັກ​ແຕ້ມ​ຈີນ​ທີ່​ວິ້ງ​ວອນ​ໃຫ້​ມີ​ສັນ​ຕິ​ພາບ​​ໃນ​ຕາ​ເວັນ​ອອກ​ກາງ

cri Author: sayvanny

ທ່ານ​ເຟິງຊາວ​ເຊ​ເກີດ​ຢູ່​ຊົນນະບົດ​ແຂວງ​ກວາງຕຸ້ງ ພາກ​ໃຕ້​ຂອງ​ຈີນ​ໃນ​ປີ 1964,​ເພິ່ນ​ມັກ​ແຕ້ມ​ຮູບ​ຕັ້ງ​ແຕ່​ຍາມ​ຍັງ​ນ້ອຍ,ປີ 1983 ​ເພິ່ນ​ໄດ້​ເສັງ​ເຂົ້າ​ໂຮງ​ຮຽນ​ປັ້ນ​ດິນ​ເຜົາ​ກວາງ​ຕົງ.​ແຕ່​​ເພິ່ນ​ບໍ່​ມັກ​ເຮັດ​ເຄື່ອງ​ປັ້ນ​ດິນ​ເຜົາ,​ໄດ້​ທຸ່ມ​ເຫື່ອ​ເທ​ແຮງ​​ເຂົ້າໃນ​ການ​ຮຽນ​ແຕ້ມ​ຮູບ​ສີ​ນ້ຳ​ມັນ​ໂດຍ​ຕົນ​ເອງ.ພາຍ​ຫລັງ​ຮຽນ​ຈົບ​ບໍ່​ດົນ, ​ເພິ່ນ​ກໍ່​​ໄປ​ເຮັດ​ວຽກ​ຢູ່​ຫໍ​ວັດ​ທະ​ນະ​ທຳ​ເມືອງ​​ໂຟ​ຊານ.ຈົນ​ຮອດ​ປີ 2004,ທ່ານ​ເຟິງຊາວ​ເຊ​ໄດ້​ຈາກ​ຫົວ​ຫນ້າ​ຫໍ​ວັດ​ທະ​ນະ​ທຳ​ເລື່ອນ​ຂັ້ນ​ເປັນ​ຮອງ​ຫົວ​ຫນ້າ​ຫ້ອງ​ການ​ວັດ​ທະ​ນະ​ທຳ​ເມືອງ,​ເພິ່ນ​ໄດ້​ຍຶດ​ຫມັ້ນ​ການ​ປະ​ດິດ​ສ້າງ​ດ້ານ​ວິຈິດ​ຕະກຳ​ໂດຍ​ຕະ​ຫລອດ,ສ່ວນ​ການ​ສຳ​ຫລວດ​ແລະ​ການ​ພິ​ຈາ​ລະ​ນາ​ກ່ຽວ​ກັບ​ວຽກ​ງານ​ການ​ຄຸ້ມ​ຄອງ​ວັດທະນະທຳ​ຂອງ​ທ່ານ​ກໍ່​​ໄດ້​ຊື່​ມ​ເຂົ້າ​ໃນ​ການ​ປະດິດ​ຄິດ​ສ້າງ.ປີ 2003, ງານ​ວາງສະ​ແດງ​ຮູບ​ແຕ້ມ​ສີນ້ຳມັນ​ສ່ວນ​ຕົວ​ຂອງ​ທ່ານ​ເຟິງ​ຊາວ​​ເຊ​ທີ່​ມີ​ຫົວ​ເລື່ອງ​ວ່າ:​ເອົາ​ໃຈ​ໃສ່​ນຳ​ຕະ​ຫລາດ​ວັດ​ທະ​ນະ​ທຳ​ຈີນ​ໄດ້ ວາງສະ​ແດງ​ຢູ່​ຫໍ​ວິ​ຈິດ​ຕະ​ກຳ​ຈີນ,ຜົນ​ງານ​ຂອງ​​ເພິ່ນ​ເຫມືອນ​ດັ່ງ​ຮູບ​ເງົາ​ບັນ​ທຶກ​ເລື່ອງ​ຈິງ,​ໄດ້​ສ່ອງ​ແສງ​ເຖິງ​ປະ​ກົດ​ການບໍ່​ດີ​ຢູ່​ສະ​ຖານ​ທີ່​ລື້​ນ​ເລິງ​ແລະ​ບັນ​ຫາ​ສັງ​ຄົມ​ຄື​ຮ້ານ​ບັນ​ເທິງ​ແລະ​ຮ້ານ​ອິນ​ເຕີ​ແນັດ,​ໄດ້​ສົ່ງ​ຜົນ​ສະ​ທ້ອນ​ໃຫ້​ສັງຄົມ​ຢ່າງ​ກວ້າງ​ຂວາງ,ສະ​ນັ້ນ, ທ່ານ​ໄດ້​ຮັບ​ນາມມະ​ຍົດ​ເປັນ​ນັກ​ແຕ້ມ​ລັດທິ​ຕົວ​ຈິງ​ຝ່າຍ​ຕິຕຽນ​ໃຫມ່.

ດຽວ​ນີ້ ທ່ານ​ແມ່ນ​ຮອງ​ປະ​ທານ​ສະ​ມາ​ຄົມ​ນັກ​ວິຈິດ​ຕະ​ກຳ​ເມືອງ​ໂຟຊານ.​ເພື່ອ​ຍົກ​ລະດັບ​ດ້ານ​ສິລະ​ປະ​ຂອງ​ຕົນ​ໃຫ້​ສູງ​ຂຶ້ນ, ທ່ານ​ໄດ້​ເຂົ້າຮຽນ​ໃນ​ຫ້ອງ​ນັກ​ສິກ​ສາ​ປະລິນຍາ​ໂທ​ວິຊາ​ວິຈິດ​ຕະກຳ​ຂອງ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ສິ ລະ​ປະ​ ​ຈີນ,​ໄດ້​ຮຽນ​ແລະ​ຄົ້ນຄວ້າ​ທິດ​ສະ​ດີ​ວິຈິດ​ສິລະ​ປະ​ຢ່າງ​ເປັນ​ລະບົບ.​ໃນ​ພຶດຕິ​ກຳ​ຕົວ​ຈິງ,ທ່ານ​ຄ່ອຍໆ​ຊອກ​ເຫັນ​ວິທີ​ແຕ້ມ​ແບບ​ໃຫມ່,ຄື ​ໃຊ້​ອຸ​ປະ​ກອນ​ແຕ້ມ​ຮູບ​ສີ​ນ້ຳ​ມັນ​ປະສານ​ກັບ​ວິທີ​ແຕ້ມ​ຮູບ​ແບບ​ຈີນ, ​ແລ້ວ​ແຕ້ມ​ຮູບ​ສີນ້ຳມັນ​ທີ່​ມີ​ຈິດ​ໃຈ​ວັດ​ທະ​ນະ​ທຳ​ດັ້ງ​ເດີມ​ຂອງ​ຈີນ.

1  2  3  4  5  6