ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-16 09:30:26    
ທ່ານ​ເຟິງ​ຊາວ​ເຊ ນັກ​ແຕ້ມ​ຈີນ​ທີ່​ວິ້ງ​ວອນ​ໃຫ້​ມີ​ສັນ​ຕິ​ພາບ​​ໃນ​ຕາ​ເວັນ​ອອກ​ກາງ

cri Author: sayvanny


ປີ 2004,​ທ່ານ​ເຟິງຊາວ​ເຊ​ໄດ້​ກຳນົດ​ເອົາ​ບັນຫາ​ຕາ​ເວັນ​ອອກ​ກາງ​ເປັນ​ເນື້ອ​ໃນ​ແຕ້ມ.​ໂດຍ​ຕ່າງ​ກັບ​ນັກ​ແຕ້ມ​ອາ​ຊີບ​ຜູ່​ອື່ນໆ, ທ່ານ​ມີ​ຄວາມ​ສະ​ດຸ້ງ​ໄວ​ທາງ​ການ​ເມືອງ​ແລະ​ມີ​ຫນ້າ​ທີ່​ຮັບ​ຜິດ​ຊອບ​ຕໍ່​ສັງ​ຄົມ.​ເປັນ​ຫຍັງ​ທ່ານ​ຈິ່ງ​ເລືອກ​ເອົາ​ຫົວ​ຂໍ້​ນີ້​ໃນ​ສັງຄົມ​ຍຸກ​ປັດຈຸບັນ​ທີ່​ສັບສົນ.ທ່ານ​ເຟິງ​ຊາວ​ເຊ​ອະ​ທິ ບາຍ​ວ່າ:

ພວກ​ຂ້າ​ພະ​ເຈົ້າ​ອ່ານ​ຫນັງ​ສື​ພິມ,​ເບິ່ງ​ໂທ​ລະ​ພາບ,ຮູ້​ຂ່າວ​​ແຕ່​ລະ​ມື້, ​ຮູ້​ຂ່າວ​ກ່ຽວ​ກັບປາ​ເລັສຕິນ​ກັບ​ອິສຣາ​ແອນ.ນີ້​ກໍ່​ແມ່ນ​ມູນ​ເຫດ​ທີ່​ຂ້າພະ​ເຈົ້າ​ແຕ້ມ​ຮູບ​ເຫລົ່າ​ນີ້.ຈຸດປະສົງ​ແມ່ນ​ຢາກ​ຜ່ານ​ຮູບ​ແຕ້ມ​ຂອງ​ຂ້າ​ພະ​ເຈົ້າ​ຮຽກ​ຮ້ອງ​ປະຊາ​ຄົມ​ໂລກ​ສືບ​ຕໍ່​ທຳ​ຄວາມ​ພະ​ຍາ​ຍາມ, ປະ​ຕິ​ບັດ​ແຜນ​ການ​​ສັນ​ຕິ​ພາບ​ຕາ​ເວັນ​ອອກ​ກາງ​ຢ່າງ​ບັງ​ເກີດ​ຜົນ​ຄືນ​ໃຫມ່,​ໃຫ້​ພວກ​ເຂົາ​ເຈົ້າ​ແກ້​ໄຂ​ຄວາມ​ວິ ວາດ​ກັນ​ລະ​ຫວ່າງ​ປາ​ເລັສ​ຕິນ​ກັບ​ອິສ​ຣາ​ແອນ​​ໂດຍ​ສັນຕິ​ດ້ວຍ​ການ​ເຈລະຈາ​ທາງ​ການ​ເມືອງ.ພ້ອມ​ກັນ​ນັ້ນ, ສິ​ລະ​ປິນຈີນ​ສ້າງ​ຜົນ​ງານ​ທີ່​ກ່ຽວ​ກັບ​ບັນຫາ​ຕາ​ເວັນ​ອອກ​ກາງ,ກໍ່​ສະ​ແດງ​ໃຫ້​ເຫັນ​ວ່າ​ປະຊາ​ຊາດ​ຈີນ​ແມ່ນ​ຊົນ​ຂາດ​ທີ່​ຮັກ​ຫອມ​ສັນ​ຕິ​ພາບ.

​ໃນ​​ໄລ​ຍະ​ສອງ​ປີ, ທ່ານ​ເຟິງ​ຊາວ​ເຊ​ໄດ້​ຕັ້ງ​ຫນ້າ​ເກັບ​ໂຮມ​ເອ​ກະ​ສານ,​ແລະ​ຍັງ​ໄດ້​ເຊີນ​ຜູ່​ອື່ນ​ແປ​ເອ​ກະ​ສານ​ພາສາ​ຕ່າງປະ​ເທດ​ເປັນ​ຈຳ​ນວນ​ຫລວງ​ຫລາຍ,​ເຊິ່ງ​ເປັນ​ຂະ​ບວນ​ວິ​ວັດ​ທີ່​ຫຍຸ້ງ​ຍາກ​ລຳບາກ.

1  2  3  4  5  6