
ເຖິງວ່າລະດູຮ້ອນຂອງປັກກິ່ງໃນປີນີ້ບໍ່ຮ້ອນທໍ່ທຸກປີທີ່ຜ່ານມາກໍ່ຕາມ, ແຕ່ຮ້ານຂາຍປື້ມນ້ອຍໃຫຍ່ຂອງນະຄອນຫລວງປັກກິ່ງພັດຂາຍດິບຂາຍດີທີ່ສຸດ,ເຂົາເຈົ້າໄດ້ຈັດໃຫ້ມີກິດຈະກຳຕ່າງໆຄື ຈັດຊຸດສອນ,ການຂາຍປຶ້ມໂດຍມີນັກປະພັນລົງລາຍເຊັນໃຫ້ແລະຈັດງານຊຸມນຸມນັກອ່ານເປັນຕົ້ນ, ອັນໄດ້ເຮັດໃຫ້ຊາວເມືອງປັກກິ່ງຫັນມາສົນໃຈການອ່ານປື້ມໃນຍາມພັກຮ້ອນຫລາຍຂຶ້ນ.

ຮ້ານຂາຍປື້ມຫວາງຟູຈິນແມ່ນຮ້ານຂະຫນາດໃຫຍ່ທີ່ຕັ້ງຢູ່ກາງເມືອງປັກກິ່ງ, ເພື່ອໃຫ້ຊາວຫນຸ່ມຜ່ານວັນພັກຮ້ອນດ້ວຍການອ່ານປື້ມຢ່າງສະບາຍອົກສະບາຍໃຈ,ຮ້ານຂາຍປື້ມແຫ່ງຫລັງນີ້ໄດ້ຈັດໃຫ້ມີຕູ້ຂາຍປື້ມປະເພດລະດົມໃຈ, ປະເພດເຜີຍແຜ່ວິທະຍາສາດເຕັກນິກແລະປະເພດວັນນະຄະດີເປັນຕົ້ນ, ເພື່ອອຳນວຍຄວາມສະດວກແກ່ຜູ່ອ່ານທີ່ມີຄວາມນິຍົມຕ່າງກັນຊອກອ່ານ,ແລະຊື້ປື້ມ.ພ້ອມກັນນັ້ນ, ຮ້ານຂາຍປື້ມນີ້ຍັງໄດ້ຈັດກິດຈະກຳການອ່ານປື້ມຫົວຂໍ້ຈຳເພາະແລະຊຸດອົບຮົມຫົວຂໍ້ຈຳເພາະລະບົບຫນຶ່ງຂຶ້ນ.ເພື່ອຕອບສະຫນອງຄວາມຕ້ອງການຂອງຜູ່ອ່ານທີ່ມີຄວາມນິຍົມຕ່າງກັນ, ຮ້ານຂາຍປື້ມແຫ່ງນີ້ຍັງໄດ້ສາຍຮູບເງົາປະເພດຕ່າງໆໃນແຕ່ລະວັນສຸກ,ຕົວຢ່າງຄື ຮູບເງົາເລື່ອງເກົ່າ, ຮູບເງົາວິທະຍາສາດແລະຮູບເງົາເລື່ອງເກົ່າພາສາຕ່າງປະເທດເປັນຕົ້ນ.
1 2 3 4 5
|