ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-23 09:54:48    
ຮ້ານ​ຂາຍ​ປື້ມ​ນ້ອຍ​ໃຫຍ່​ຂອງ​ປັກ​ກິ່ງ​ຈັດ​ກິດ​ຈະ​ກຳ​ຕ່າງໆ​ໃນ​ຍາມ​ພັກ​ຮ້ອນ

cri Author: sayvanny


​ໃນ​ຫລາຍ​ປີ​ມາ​ນີ້,ຮ້ານ​ຂາຍ​ປື້ມ​ຂອງ​ປັກ​ກິ່ງ​ພວມ​ຈາກ​ສະ​ຖານ​ທີ່​​ຂາຍ​ປື້ມ​ກາຍ​ເປັນ​ສະຖານ​ທີ່​ແລກ​ປ່ຽນ​ວັດ​ທະ​ນະ​ທຳ.ຮ້ານ​ຂາຍ​ປື້​ມ​ຂົ້ວ​ທີ​ສາມ​ປັກ​ກິ່ງ​ທີ່​ຫາ​ກໍ່​ເປີດ​ຮ້ານ​ໃນ​ຫວ່າງ​ແລ້ວ​ນີ້,ຕັ້ງ​ຢູ່​ຈົ່ງ​ກວນ​ຊຸນຂອງ​ປັກ​ກິ່ງ,ຖື​ວ່າ​ແມ່ນ​ຮ້າຍ​ຂາຍ​ປື້ມ​ພາ​ສາ​ຈີນ​ທີ່​ໃຫຍ່​ກວ່າ​ຫມູ່​ໃນ​ໂລກ,ມີ​ປຶ້ມ​​ພາ​ສາ​ຈີນ​ແລະ​ເຄື່ອງ​ສຽງ​ທຸກ​ປະ​ເພດ​ຢ່າງ​ຄົບ​ຖ້ວນ.ຮ້ານ​ຂາຍ​ປື້ມ​ນີ້​ອີງ​ຕາມ​ແຕ່​ລະ​ຊັ້ນ​ແບ່ງ​ເປັນ​ສີ່​ຫົວ​ຂໍ້​ໃຫຍ່​ຄື​ແຟ​ຊັນ,ວັດ​ທະ​ນະ ທຳ​ແລະ​ມະ​ນຸດ​ສາດ,ວິ​ທະ​ຍາ​ສາດ​ແລະ​ການ​ສຶກສາ,​ຊີວິດ​ການ​ເປັນ​ຢູ່​,​ແຕ່​ລະ​ຊັ້ນ​ກໍ່​ມີ​ສາຂາ​ຮ້ານ​ທີ່​ຂາຍປື້​ມ​ທີ່​ມີ​ຫົວ​ຂໍ້​ຈຳ​ເພາະ.ຄື ຮ້ານ​ຂາຍ​ປື້​ມ​ຊຽງ​ໄຮ້,ຮ້ານ​ຂາຍ​ປື້​ມ​ຕິ​ເບ​ດ​ແລະ​ຮານ​ຂາຍ​ປື້​ມ​ໄຕ້​ຫວັນ​ຮົງ​ກົງ​ເປັນ​ຕົ້ນ.ນອກ​ນີ້, ຮ້ານ​ຂາຍ​ປື້ມ​ແຫ່ງ​ແຫ່ງ​ນີ້​ຍັງ​ໄດ້​ສະ​ຫນອງ​ການ​ບໍ​ລິ​ການ​ທຸກ​ຢ່າງ, ​ເຊັ່ນ​ຕັ່ງ​ນ້ອຍໆ​ທີ່​ແຈກ​ຢາຍ​ຢູ່​ທຸກ​ບ່ອນ​ໄດ້​ອຳ​ນວຍ​ຄວາມ​ສະ​ດວກ​ແກ່​ຜູ່​ອ່ານ.​ໃນ​ຮ້ານ​ຍັງ​ກຽມ​ເຈ້ຍ​ຂຽນ​ແລະ​ສໍ​ດຳ​ໃວ້​,ຈົນ​ກະ​ທັ້ງ​ໄດ້​ຈັດ​ໃຫ້​ມີ​ຫ້ອງ​ພັກ​ຜ່ອນ​ສຳ​ລັບ​ແມ່​ແລະ​ເດັກ​ແລະ​ລົດ​ເດັກ​ນ້ອຍ.​ຢູ່​ໃນ​ແລະ​ນອກ​ຮ້ານ,ຍັງ​ຈັດ​ມີ​ສະ​ຖານ​ທີ່​ວາງ​ສະ​ແດງ​ສິນ​ລະ​ປະ​,ເຊີນ​ສິ​ລະ​ປິນ​ຈັດ​ງານ​ວາງ ສະ​ແດງ​ຢູ່​ແຫ່ງ​ນີ້​ເປັນ​ປະຈຳ.

​ໃນ​ທ່າມ​ກາງ​ບັນ​ຍາ​ກາດ​ວັດ​ທະ​ນະ​ທຳ​ອັນ​​ເຂັ້ມ​ຂຸ້ນ​ແລະ​ການ​ບໍ​ລິ​ການ​ທີ່​ຕິດ​ແທດ​ຕົວ​ຈິງ,ຮ້ານ​ຂາຍ​ປື້ມ​ໄດ້​ສ້າງ​ຂົວ​ຕໍ່​ໃຫ້​ແກ່​ຜູ່​ອ່ານ​ກັບ​ນັກ​ປະ​ພັນ​ແລກ​ປ່ຽນ​ກັນ.ຜູ່​ອ່ານ​ໄດ້​ຮັບ​ຄວາມ​ຊົມ​ໃຊ້​ນອກ​ຈາກ​ການ​ຊື້​ປື້​ມ,ສ່ວນ​ປະລິ ມານ​ຈຳ​ຫນ່າຍ​ຫນັງ​ສື​ຂອງ​ຮ້ານ​ກໍ່​ເພີ່ມ​ຂຶ້ນ​ຢ່າງ​ຫລວງ​ຫລາຍ.ທ່ານ​ຈ່າງ ຜູ່​ອ່ານ​ທີ່​ຊື້​ປື້ມ​ຢູ່​ຮ້ານ​ຂາຍ​ປື້ມ​ຂົ້ວ​ທີ​ສາມ​ແມ່ນ​ນັກ​ສຶກ​ສາ​ທີ່​ຮຽນ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ.ທ່ານ​ເຫັນ​ວ່າ, ປະ​ຈຸ​ບັນ​ຮ້ານ​ຂາຍ​ປື້ມ​ໄດ້​ຫັນ​ປ່ຽນ​ເປັນ​ສະ ຖານ​ທີ່​ແລກ​ປ່ຽນ​ວັດທະ​ນະ​ທຳ, ບໍ່​ພຽງ​ແຕ່​ຈະ​ເພີ່ມ​ຄວາມ​ດຶງ​ດູດ​ຕໍ່​ຜູ່​ອ່ານ​ທໍ່​ນັ້ນ, ຫາກ​ຍັງ​ຈະ​ເຮັດ​ໃຫ້​ຮ້ານ​ຂາຍ​ປື້ມ​ກາຍ​ເປັນ​ບ່ອນ​ທີ່​ເຜີຍ​ແຜ່​ຄວາມ​ຮູ້​ອີກ​ດ້ວຍ. ທ່ານ​ໄດ້​ກອດ​ເອົາ​ປື້ມ​ຫລາຍ​ເຫລັ້ມ,ຮູ້​ສຶກ​ເພິ່ງ​ພໍ​ໃຈ​ຫລາຍ,ທ່ານ​ເວົ້າ​ວ່າ:

ແຫ່ງ​ນີ້​ມີ​ປື້ມ​ຊະ​ນິດ​ຄົບ​ຖ້ວນ, ຂ້ອຍ​ໄດ້​ໃຊ້​ປື້ມ​ທີ່​ເຫມາະ​ກັບ​ຕົນ​ເອງ.​ໃນ​ໄລ​ຍະ​ພັກ​ຮ້ອນ,​ເພີ່ມ​ຄວາມ​ຮູ້​ຫນ້ອຍ​ຫນຶ່ງ,​ໄດ້​ຊື້​ນະ​ວະ​ນິ​ຍາຍ​ທີ່​ມີ​ຊື່​ສຽງ,​​ແລະ​ປື້ມ​ອ່ານ​ຫລິ້ນ​ຈຳນວນ​ຫນຶ່ງ, ​ເພື່ອ​ອ່ານ​ຢູ່​ບ້ານ.

1  2  3  4  5