ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-23 09:54:48    
ຮ້ານ​ຂາຍ​ປື້ມ​ນ້ອຍ​ໃຫຍ່​ຂອງ​ປັກ​ກິ່ງ​ຈັດ​ກິດ​ຈະ​ກຳ​ຕ່າງໆ​ໃນ​ຍາມ​ພັກ​ຮ້ອນ

cri Author: sayvanny

ງານ​ພົບ​ປະ​ກັບ​ຜູ່​ອ່ານ​ແລະ​ຊຸດ​ສຳ​ມະ​ນາທີ່​ຄ້າຍ​ຄື​ກັນ​ນີ້​ຍັງ​ມີ​ຫລາຍ. ຮ້ານ​ຂາຍ​ປື້ມ​ຊີ​ຕານ​ແມ່ນ​ຮ້ານ​ຂາຍ​ປື້ມ​ຂະ​ຫນາດ​ໃຫຍ່​ທີ່​ຕັ້ງ​ຢູ່​ກາງ​ເມືອງ​ປັກ​ກິ່ງ​ອີກ​ຫລັງ​ຫນຶ່ງ, ຮ້ານ​ນີ້​ນອກ​ຈາກ​ໄດ້​ຈັດ​ຊຸດ​ສຳ​ມະ​ນາ​ວັນ​ນະ​ຄະ​ດີ,ປະ ຫວັດ​ສາດ,ພູ​ມີ​ສາດ,ພາ​ສາ​ອັງ​ກິດ​ແລະ​ຫລົບ​ໄພ​ສຸກ​ເສີນ​ເປັນ​ຕົ້ນ, ຍັງ​ໄດ້​ຈັດ​ຊຸດ​ສຳ​ມະ​ນາ​ໂອ​ລິ​ມປິກ​​ເປັນ​ພິ​ເສດ,ຄື​ໄດ້​ເຊີນ​ສາ​ສະ​ດາ​ຈານ,ນັກ​ຂ່າວ,ນັກ ກິ​ລາ​ດັງ​ແລະ​ຜູ່​ມີ​ຊື່​ສຽງ​ໃນ​ສັງ​ຄົມ​ມາ​ຜັດ​ປ່ຽນ​ກັນ​ກ່າວ​ປາ​ຖະ​ກະ​ຖາ,​ໂຄ​ສະ​ນາ​ທັດ​ສະ​ນະ​ຄະ​ຕິ​ໂອ​ລິມ​ປິກ​ສີ​ຂຽວ,​ໂອ​ລິ​ມ ປິກ​ວິ​ທະ​ຍາ​ສາດ​ແລະ​ໂອ​ລິມ​ປິກ​ມະນຸດ​ສາດ,​ພ້ອມ​ທັງ​ເຜີຍ​ແຜ່​ຄວາມ​ຮູ້​ໂອ​ລິ​ມປິກ, ​ເສີມ​ຂະ​ຫຍາຍ​ນຳ​ໃຈ​ໂອ​ລິມ​ປິກ.


ຄຽງ​ຄູ່​ກັບງານ​ໂອ​ລິ​ມປິກ​ປີ 2008 ຫຍັບ​ມໍ່​ເຂົ້າ, ​ຊາວ​ເມືອງ​ປັກ​ກິ່ງ​ມີ​ຄວາມ​ກະ​ຕື​ລື​ລົ້ນ​ນັບ​ມື້​ນັບ​ສູງ​ຂຶ້ນ​ໃນ​​ການ​ຮຽນ​ພາສາ​ອັງ​ກິດ. ຮ້ານ​ຂາຍ​ປື້ມ ຫລາຍໆ​ຮ້ານ​ຂອງ​ປັກ​ກິ່ງ​ໄດ້​ຈັດ​ຊຸດ​ສອນ​ພາສາ​ອັງ​ກິດ.ອາ​ຈານ​ວາງ​ກໍ່​ແມ່ນ​ຄູ​ສອນ​ທີ່​ຮ້ານ​ຂາຍ​ປື້ມ​ເຊີນ​ໄປ.ທ່ານ​ດີ​ໃຈ​ຫລາຍ​ທີ່​ໄດ້​​ເຂົ້າ​ຮ່ວມ​ການ​ສອນ​ແບບ​ນີ້.ທ່ານ​ເວົ້າວ່າ:

ເພື່ອ​ຕ້ອນ​ຮັບ​ງານ​ໂອ​ລິ​ມປິກ​ປີ 2008,ຕ້ອງ​ເຜີຍ​ແຜ່​ຄວາມ​ຮູ້​ພາ​ສາ​ອັງ​ກິດ​ແລະ​ວິ​ທີ​ໃຊ້​ພາ​ສາ​ອັງ​ກິດ​ຂັ້ນ​ພື້ນ​ຖານ​ໃຫ້​ຄົນ​ນັບ​ມື້​ນັບ​ຫລາຍ,ຜ່ານ​ວິທີ​ຈັດ​ຊຸດ​ສອນ,ຄົນ​ນັບ​ມື້​ນັບ​ຫລາຍ​ຈະ​ໄດ້​ຮູ້​ວິທີ​ຮຽນ​ພາ​ສາ​ອັງ​ກິດ​.ຈະ​ຊ່ອຍ​ຊາວ​ເມືອງ​ປັກ​ກິ່ງ​ມີ​ລະ​ດັບ​ພາ​ສາ​ອັງ​ກິດ​ສູງ​ກວ່າ​ເກົ່າ.


1  2  3  4  5